ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມຝລັ່ງຢ່າງເປັນທາງການ

ນາຍົກລັດຖະມົນຕີກຳປູເຈຍຢ້ຽມຢາມຝລັ່ງຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​
ແລະ ​ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande
(ພາບ: AFP)


(vovworld) – ວັນ​ທີ 26/10, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ້​​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຝລັ່ງ ​ເປັນ​ເວລາ 2 ວັນ, ຕາ​ມຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື 2 ຝ່າຍ. ທີ່​ການ​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 26/10, ຢູ່​ວັງ Elysee, ທ່ານປະທານາທິບໍດີ​ຝລັ່ງ ​ເນັ້ນ​ໜັກ​ວ່າ, ຝລັ່ງ ຢາກ​ຮ່ວມ​ເດີນທາງ​ພ້​ອມກັບ​ກຳປູ​ເຈ​ຍ ​ໃນ​ການ​ພັດທະນາ. ສ່ວນ​ທ່ານນາຍົກລັດຖະມົນຕີ Hun Sen ປາດ​ຖະໜາ ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ​ແລະ ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ກໍ​ຄື​ດຶງ​ດູດບັດ​ດາ​ນັກ​ລົງທຶນ ​ແລະ ບໍລິສັດ​ຝລັ່ງ ​ເຂົ້າ​ມາ​ລົງທຶນ​ຢູ່ກຳ​ປູ​​ເຈຍ. ຕາມ​ແຜ​ນການ, ທ່ານ​ນາຍົກລັດຖະມົນຕີ Hun Sen ຍັງ​ມີ​ກາ​ນພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝລັ່ງ, ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື 6 ສະບັບ​ລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​​ເລື່ອງ ພາ​ຕົວ, ການ​ສຶກສາ - ກໍ່ສ້າງ, ຄົມມະນາຄົມ…

ຂ່າວ/ບົດ​ອື່ນ