ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ບໍ່ໄປ ໄຫວ້ອາໄລຢູ່ວິຫານ Yasukuni


ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ບໍ່ໄປ ໄຫວ້ອາໄລຢູ່ວິຫານ Yasukuni - ảnh 1

ບັນດາ​ນັກບວດ​ຈັດ​ພິທີ​ຢູ່​ວິຫານ Yasukuni

 (ພາບ: AFP/TTXVN)

 (vovworld)- ວັນທີ 21/4, ທ່ານນາຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ໄດ້​ສົ່ງ​ເຄື່ອງ​ບູຊາ​​ເຖິງ​ວິຫານ Yasukuni ຢູ່​ນະຄອນ​ໂຕ​ກຽວ ຊື່​ງ​ແມ່ນ​ການ​ກະທຳ​ສະ​ແດງໃຫ້​ເຫັນ​ວ່າ: ທ່ານ​ຈະ​ບໍ່​ໄປ​ໄຫ້​ວອາ​ໄລ​ຢູ່​ວິຫານ​ທີ່​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ແຫ່ງ​ນີ້​ໃນ​ໂອກາດ​ງານ​ບຸນ​ລະດູບານ​ໃໝ່ ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ 21-23/4. ໃນ​ໂອກາດ​ງານ​ບຸນ​ລະດູບານ​ໃໝ່ ​ແລະ ລະດູ​ໃບ​ໃມ້ຫຼົ່ນ​ປີ​ກາຍນີ້, ທ່ານນາຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe ກໍ​ໄດ້​ຝາກ​ເຄື່ອງ​ບູ​ຊາ​​ເຖິງ​ພະວິຫານ Yasukuni ​ເຊັ່ນ​ດຽວ​ກັນ. ວິຫານ Yasukuni ​​ແມ່ນ​ແຫ່ງ​ບູຊາ​ບັນ​ດາ​ຄົນ​ຍີ່ປຸ່ນ ​ເສຍ​​ຊີວິດ​ໃນ​ສົງຄາມ, ​ໃນ​ນັ້ນ, ມີ​ອາດຊະຍາ​ກຳ​ສົງຄາມ​ໃນ​ສົງຄາມ​ໂລກຄັ້ງທີ 2 ຈຳນວນ​ໜຶ່ງ, ສະນັ້ນ, ​ເລື່ອງ ບັນດາ​ເຈົ້າໜ້າ​ທີ່​ຍິ່ປຸ່ນ ມາ​ໄຫ້​ວອາ​ໄລ​ຢູ່​ວິຫານ​ແຫ່ງ​ນີ້ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຄັດຄ້ານ​ຈາກ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຫາງ​ສຽງ​ຖື​ວ່າ, ທ່ານນາຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe ບໍ່​ໄປ​ໄຫ້​ວອາ​ໄລ​ຢູ່​ວິຫານ Yasukuni ​​​ແມ່ນເພື່ອຫລີກ​ລ້ຽງ​ຄວາມ​ສັບສົນກ່ອນ​ທີ່ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄປ​ຢ້ຽມຢາມ​ຍີ່ປຸ່ນ ​ໃນ​ອາທິດ​ນີ້./.

ຂ່າວ/ບົດ​ອື່ນ