ນາຍົກລັດຖະມົນຕີຍີ່ປຸ່ນມີບົດກ່າວປາໄສປະຫວັດສາດຕໍ່ສະພາແຫ່ງຊາດອາເມລິກາ

ນາຍົກລັດຖະມົນຕີຍີ່ປຸ່ນມີບົດກ່າວປາໄສປະຫວັດສາດຕໍ່ສະພາແຫ່ງຊາດອາເມລິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld) – ໃນ​ບົດ​ກ່າວ​ປາ​ໄສ​ປະ​ຫວັດ​ສາດ​ຕໍ່​​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ວັນ​ທີ 29/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ສະ​ແດງ​ “ຄວາມ​ເສຍ​ດາຍ​ຢ່າງ​ເລິກ​ເຊິ່ງ” ​ຕໍ່​ການ​ກະ​ທຳ​​ຕ່າງໆຂອງ ຍີ​່​ປຸ່ນ ສຳ​ລັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ທ່ານ Shinzo Abe ເວົ້າ​ວ່າ: ທ່ານ​ຂໍ​ແບ່ງ​ປັນ​ຄວາມ​ເຈັບ​ປວດ​ກັບ​ປະ​ຊາ​ຊົນ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັນ​ດາ​ຜູ້​​ທີ່​ມີ​ຍາດ​ຕິ​ພີ່​ນ້ອງເສຍ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2. ນອກນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ເຈ​ລະ​ຈາ​​ໂດຍ​ສັນ​ຕິຢ່າງ​ເຂັ້ມ​ງວດ, ພ້ອມ​ທັງ​ຖື​ວ່າ: ບໍ່​ມີ​ປະ​ເທດ​ໃດ​ໄດ້​ນຳ​ໃຊ້​ກຳ​ລັງ​ອາ​ວຸດ ຫຼື ບັ​ງ​ຄັບ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ​ອະ​ທິ​ປະ​ໄຕ.


ຂ່າວ/ບົດ​ອື່ນ