ນາຍົກລັດຖະມົນຕີປາແລັດສະຕິນສາບານຕົວຮັບດຳລົງຕຳແໜ່ງ

(VOVWORLD) -ລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີ Shtayyeh ລວມມີລັດຖະມົນຕີ 24 ທ່ານ.

ນາຍົກລັດຖະມົນຕີປາແລັດສະຕິນສາບານຕົວຮັບດຳລົງຕຳແໜ່ງ - ảnh 1ນາຍົກລັດຖະມົນຕີປາແລັດສະຕິນສາບານຕົວຮັບດຳລົງຕຳແໜ່ງ

(ພາບ: AFP/TTXVN)

ວັນທີ 13 ເມສາ, ຊ່ອງໂທລະພາບປາແລັດສະຕິນ ໄດ້ໃຫ້ຂ່າວວ່າ, ທ່ານນາຍົກລັດຖະມົນຕີຄົນໃໝ່ Mohammad Shtayyeh ແລະ ບັນດາສະມາຊິກຄະນະລັດຖະບານ ໄດ້ສາບານຕົວຮັບດຳລົງຕຳແໜ່ງຕໍ່ໜ້າທ່ານປະທານາທິບໍດີ Mahmoud Abbas ຢູ່ສຳນັກງານອຳນາດການປົກຄອງປາແລັດສະຕິນ ຢູ່ Ramallah ຂຶ້ນກັບຝັ່ງຕາເວັນຕົກ. ລັດຖະບານໃໝ່ຂອງທ່ານນາຍົກລັດຖະມົນຕີ Shtayyeh ລວມມີລັດຖະມົນຕີ 24 ທ່ານ. ກ່ອນໜ້ນນັ້ນ, ວັນທີ 10 ມີນາ, ທ່ານປະທານາທິບໍດີ Abbas ໄດ້ຮຽກຮ້ອງໃຫ້ທ່ານ Shtayyeh ສ້າງຕັ້ງລັດຖະບານໃໝ່ເພື່ອປ່ຽນແທນລັດຖະບານຂອງທ່ານ Rami Hamdallah, ໃນນັ້ນລວມມີສະມາຊິກຂອງ Hamas ບາງຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ