ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ, ກຳມະກອນ, ກຳລັງປະກອບອາວຸດນະຄອນຫຼວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ຈໍ 2018
ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ - ảnh 1 ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ

 

ກ່ອນກ້າວເຂົ້າສູ່ປີໃໝ່ປະຈຳຊາດປີຈໍ 2018, ຕອນບ່າຍວັນທີ 12 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ພະນັກງານ, ນັກຮົບ ແລະ ກວດກາວຽກງານເວນຍາມ, ກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ - ເຊິ່ງແມ່ນກົມກອງແກ່ນສານປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນນະຄອນຫຼວງ. ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ອັນດີງາມທີ່ສຸດເຖິງພະນັກງານ, ນັກຮົບ, ກຳມະກອນ, ກຳລັງປະກອບອາວຸດນະຄອນຫຼວງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີ ຈໍ 2018. ເມື່ອເຕື້ອງເຖິງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຳຄັນຂອງປີ 2018 - ປີບານພັບຂອງແຜນການພັດທະນາເສດຖະກິດ - ສັງຄົມ 2016 – 2020, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງປ້ອງກັນປະເທດ ແລະ ນະຄອນ ຮ່າໂນ້ຍ ເອົາໃຈໃສ່ພິເສດຈັດຕັ້ງສ້າງກຳລັງປະກອບອາວຸດນະຄອນຫຼວງ ໝັ້ນຄົງເຂັ້ມແຂງຮອບດ້ານ, ສຸ່ມໃສ່ປະຕິບັດໜ້າທີ່ຮັບປະກັນຄຸນນະພາບວຽກງານຝຶກອົບຮົມ ກຽມພ້ອມສູ້ຮົບ; ຍົກສູງສະຕິລະວັງຕົວ, ບໍ່ປະໃຫ້ຕົກໃນທ່າຮັບ, ສົມທົບກັບບັນດາກຳລັງ, ຮັບປະກັນຄວາມປອດໄພສຳລັບບັນດາເຫດການການເມືອງ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມຢູ່ນະຄອນຫຼວງ. ກອງບັນຊາການນະຄອນຫຼວງ ກໍ່ຄວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະ ຍົກສູງປະສິດທິຜົນວຽກງານພົວພັນປ້ອງກັນຊາດກັບຕ່າງປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ສຳນັກງານກອງບັນຊາການນະຄອນຫຼວງ.

ນາຍົກລັດຖະມົນຕີຢ້ຽມຢາມ, ກວດກາວຽກງານກຽມພ້ອມສູ້ຮົບທີ່ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ - ảnh 2 ທ່ານນາຍົກລັດຖະມົນຕີ ໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ສຳນັກງານກອງບັນຊາການນະຄອນຫຼວງ

ຕອບກັບ

ຂ່າວ/ບົດ​ອື່ນ