ນາຍົກລັດຖະມົນຕີລາວ ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະຈັດຕັ້ງສູນກາງ ພັກກອມມູນິດຫວຽດນາມ

ນາຍົກລັດຖະມົນຕີລາວ ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະຈັດຕັ້ງສູນກາງ ພັກກອມມູນິດຫວຽດນາມ - ảnh 1

(ພາບ:vov.vn)

(vovworld)-​​​​ຕອນ​ບ່າຍ​ວັນ​ທີ 29/8, ຢູ່ສຳນັກງານ​ຫ້ອງວ່າ​ການ​ລັດຖະບານລາວ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ຄະນະຈັດຕັ້ງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ໂຕ​ຮູ​ຍ​ເຣືອ ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ຈັດຕັ້ງສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທີ່​ການ​ຕ້ອນຮັບ, ທ່ານ​ໂຕ​ຮູ​ຍ​ເຣືອ ​ເນັ້ນໜັກ​ວ່າ, ຈະ​ເຮັດ​ຈົນ​ສຸດຄວາມ​ສາມາດ​ຂອງ​ຕົນ ເພື່ອພ້ອມກັບ​ຝ່າຍ​ລາວ ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການພົວພັນມິດຕະພາບ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ-​ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ໂຕ​ຮູ​ຍ​ເຣືອ ​ເນ​ັ້ນໜັກ​ວ່າ, ​ຄະນະຈັດຕັ້ງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຈະ​ສົມທົບ​ກັບ​ຄະນະຈັດຕັ້ງສູນ​ກາງ​ພັກ​ ປຊຊ ປະຕິວັດ​ລາວ ​ໃນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າ​ງສອງ​ຄະນະຢ່າງ​ແໜ້ນ​​ແຟ້ນກ່ວາ​ອີກ, ປະກອບ​ສ່ວນປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ. ສ່ວນທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ປາດ​ຖະໜາ​ວ່າ, ຄະນະຈັດຕັ້ງສູນ​ກາງຂອງ​ສອງພັກ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ຮ່ວມ​ມື​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ ​ໃນ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​ແຕ່​ລະ​ພັກ. ທ່ານ​ນາຍົກລັດຖະມົນຕີລາວ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປຊຊ ລາວ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການພົວພັນມິດ ຕະພາບອັນ​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ-​ລາວ.

ຂ່າວ/ບົດ​ອື່ນ