ນາຍົກລັດຖະມົນຕີລາວສົ່ງເສີມວິສາຫະກິດຫວຽດນາມໄປລົງທຶນຢູ່ລາວ

ນາຍົກລັດຖະມົນຕີລາວສົ່ງເສີມວິສາຫະກິດຫວຽດນາມໄປລົງທຶນຢູ່ລາວ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສິ​ສຸ​ລິດ ຕ້ອນ​ຮັບ
ທ່ານ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ເຈີນ​ຕ໋ວນແອງ)

(vovworld) - ​​ ​ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ ຄັ້ງ​ທີ 48 (AEM 48) ແລະ ບັນ​ດາກອ​ງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່​ວຽງ​ຈັນ, ລາວ. ຕອນ​ບ່າຍ​ວັນ​ທີ 04/08, ທ່ານ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ເຈີນ​ຕ໋ວນແອງ ແລະ ຄະ​ນະ​ຜູ້​ແທນກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສິ​ສຸ​ລິດ. ຢູ່​ທີ່ນ​ີ້, ທ່ານ ລັດ​ຖະ​ມົນ​ຕີ ເຈີນ​ຕ໋ວ​ນແອງ ໄດ້​ຂອບ​ອົກຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສິ​ສຸ​ລິດ ແລະ ລັດ​ຖະ​ບານ​ລາວ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊີ້​ນຳ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຄ້າ 2 ປະ​ເທດ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ປ​ະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ. ໃນ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ - ການ​ຄ້າ​ກັບ​ລາວ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໄດ້​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່​ວ​ມ​ມືເຊິ່ງ 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ, ໃນ​ເບື້ອງ​ຕົ້ນ​ໄດ້ຮັບ​ໝາກ​ຜົນ​ຢ່າງ​ດີ​ງາ​ມ.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສິ​ສຸ​ລິດ ສະ​ເໜີ​ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ຕ໋ວນແອງ ສືບ​ຕໍ່​ຊີ້​ນຳ​ການ​ຜັນ​ຂະ​ຫຍາຍ​ໃຫ້​ບັນ​ດາ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ, ​ການຂຸດ​ຄົ້ນ​ແຮ່​ທາດຂອງ​ຫວຽດ​ນາມ ຢູ່​ລາວ ຖືກ​ຕາມຄວາມ​ຄືບ​ໜ້າ; ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄປ​ລົງ​ທຶນ​ຜະ​ລິດ​ເຄື່ອງ​ໃຊ້​ສອຍ, ປຸງ​ແຕ່ງ​ໄມ້ຢູ່​ລາວ ເພື່ອ​ຫັນໂຄງ​ປະ​ກອບ​ຂາ​ອອກ​ຂາ​ເຂົ້າ​ລະ​ຫວ່າງ 2 ປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ​​

ຂ່າວ/ບົດ​ອື່ນ