ນາຍົກລັດຖະມົນຕີຫງວຽນຊວນຟຸກ: ຈະມີກະແສລົງທຶນໃໝ່ຂອງເຢຍລະມັນເຂົ້າຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 06 ກໍລະກົດ, ຢູ່ນະຄອນຫຼວງ Berlin, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ໄຂເວລທີປາໄສເສດຖະກິດຫວຽດນາມ - ເຢຍລະມັນ.
ນາຍົກລັດຖະມົນຕີຫງວຽນຊວນຟຸກ: ຈະມີກະແສລົງທຶນໃໝ່ຂອງເຢຍລະມັນເຂົ້າຫວຽດນາມ - ảnh 1 (ເວລທີປາໄສເສດຖະກິດຫວຽດນາມ - ເຢຍລະມັນ)

ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ຫວຽດນາມ ແມ່ນພື້ນຖານເສດຖະກິດໄດ້ຮັບການຕີລາຄາສູງກ່ຽວກັບຄວາມຂະຫຍັນຂັນເຄື່ອນ ແລະ ຄວາມສາມາດບົ່ມຊ້ອນໃນການລົງທຶນ. ລັດຖະບານຫວຽດນາມ ພວມສຸມໃສ່ແກ້ໄຂບັນດາສິ່ງກີດຂວາງ, ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ນີ້ແມ່ນທິດທາງທີ່ຖືກຕ້ອງເຊິ່ງລັດຖະບານຫວຽດນາມ ຕ້ອງສືບຕໍ່ປະຕິບັດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ຫວຽດນາມ ພວມປະຕິບັດການປະຕິຮູບ, ປ່ຽນແປ່ງໃໝ່, ສ້າງສະພາບແວດລ້ອມດ້ານກົດໝາຍດີທີ່ສຸດໃຫ້ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ, ພາຍຫຼັງເວທີປາໄສຄັ້ງນີ້ ຈະມີກະແສລົງທຶນໃໝ່ຂອງເຢຍລະມັນ ເຂົ້າຫວຽດນາມ.

        “ພິເສດແມ່ນໃນຂົງເຂດວິສະວິກຳກົນຈັກ, ການຫັນເປັນອັດຕະໂນມັດ, ບຳລຸງສ້າງວິຊາຊີບ ແລະ ການສຶກສາຂັ້ນມະຫາວິທະຍາໄລ, ເຕັກໂນໂລຊີ ແລະ ບົດຮຽນໃນການຄຸ້ມຄອງຂອງເຢຍລະມັນ ຈະຊ່ວຍໃຫ້ຫວຽດນາມ ບືນຕົວຂຶ້ນຢ່າງວ່ອງໄວ ໃນທ່າອ່ຽງຂອງພາລະກິດປະຕິວັດອຸດສາຫະກຳ 4.0. ຄວາມຕ້ອງໃນສະພາບການພັດທະນາຂອງຂະແໜງອຸດສາຫະກຳລົດໃຫຍ່ໂອໂຕຂອງຫວຽດນາມ ພວມເພີ່ມຂຶ້ນຢ່າງວ່ອງໄວ, ພວກຂ້າພະເຈົ້າປາດຖະໜາວ່າ ເຢຍລະມັນ ຈະໜູນຊ່ວຍໃຫ້ຫວຽດນາມ ຍົກສູງອັດຕາຜະລິດພາຍໃນປະເທດ ໂດຍຜ່ານການສົ່ງເສີມບັນດາວິສາຫະກິດເຢຍລະມັນ ລົງທຶນເຂົ້າຂົງເຂດອຸດສາຫະກຳສຳຮອງຂອງຫວຽດນາມ, ສົ່ງເສີມການຮ່ວມວິສາຫະກິດຮ່ວມສຳພັນກັບວິສາຫະກິດຢູ່ທ້ອງຖິ່ນ, ນັບທັງຂະແໜງອຸສາຫະກຳພະລັງງານທົດແທນ, ໂດຍສະເພາະແມ່ນພະລັງແສງຕາເວັນ, ພະລັງແຮງລົມ ຢູ່ຫວຽດນາມ”.

        ແລະກໍ່ໃນຕອນບ່ານວັນທີ 06 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານພາກພື້ນອາຊຽນ ຂອງກຸ່ມບໍລິສັດ BMW; ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສະໜາມບິນ Munich; ຕ້ອນຮັບຜູ້ອຳນວຍການໃຫຍ່ບໍລິຫານທະນາຄານ BPCE Internationnal.

ຕອບກັບ

ຂ່າວ/ບົດ​ອື່ນ