ນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳແຂວງລອງອານຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃຫຍ່

ນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳແຂວງລອງອານຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃຫຍ່ - ảnh 1
ທ່ານ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ຢູ່​ແຂວງ ລອງ​ອານ
(ພາບ: baolongan.vn/)

(vovworld) –  ​ຕອນ​ບ່າຍ​ວັນ​ທີ 17/10, ຢູ່​ແຂວງ ລອງ​ອານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີ່ງ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ລອງ​ອານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ສ້າງ​ເຂດ​​ເຮັດ​ກະ​ເສດ​ສຸມ​ປອດ​ສານ​ພິດ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ ບໍ່​ພຽງ​ແຕ່​ໃຫ້​ແກ່​ແຂວງ ລອງ​ອານ ເທົ່າ​ນັ້ນ ຫາກຍັງ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​​ໃຫ້​ທັງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ແຂວງ ລອງ​ອານ ມີ​ການ​ຫັນ​ປ່ຽນ​ຢ່າງ​ໄວ, ມີຄຸນ​ນະ​ພາບ, ແຕ່​ຍັງ​ຄົງ​ຕ້ອງ​ການ​ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບຢ່າງ​ແຮງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ່​ມອບ​ໜ້າ​ທີ່​ໃຫ້​ແຂວງ ຮອດ​ປີ 2018 ຕ້ອງ​ເປັນ​ເຈົ້າ​ການ​ແຫຼ່ງ​ງົບ​ປະ​ມານ​ແທນ​ທີ່​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສູນ​ກາງ.


ຂ່າວ/ບົດ​ອື່ນ