ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດແອັດສໂຕນີ

(VOVWORLD) -ຕອນເຊົ້າວັນທີ 14 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບທ່ານ Sven Mikser, ລັດຖະມົນຕີການຕ່າງປະເທດແອັດສໂຕນີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດແອັດສໂຕນີ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດແອັດສໂຕນີ)

ບົດຮຽນຂອງ ເອໂຕເນຍ ກ່ຽວກັບລັດຖະບານເອເລັກໂຕນິກ ແມ່ນບົດຮຽນທີ່ດີໃຫ້ແກ່ຫວຽດນາມ ແລະ ຊົມເຊີຍບັນດານັກຊ່ຽວຊານ ແອັດສໂຕນີ ມາໜູນຊ່ວຍຫວຽດນາມ ໃນວິວັດການສ້າງລັດຖະບານເອເລັກໂຕນິກ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ຜ່ານການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດແອັດສໂຕນີ, ການພົວພັນລະຫວ່າງ 2 ປະເທດຈະໄດ້ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.

        ສ່ວນທ່ານ Sven Mikser, ລັດຖະມົນຕີການຕ່າງປະເທດແອັດສໂຕນີ ຫວັງວ່າ, ຜ່ານການຢ້ຽມຢາມຈະສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ໃນຂະນະທີ່ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນກ່ຽວກັບລັດຖະບານເອເລັກໂຕນິກ, ການຄຸ້ມຄອງບໍລິຫານເອເລັກໂຕນິກ. ທ່ານ Sven Mikser ຢືນຢັນວ່າ, ແອັດສໂຕນີ ຈະມານະພະຍາຍາມເພື່ອໃຫ້ອີຢູ ຍູ້ໄວວິວັດການລົງນາມໃນສັນຍາ FTA ກັບຫວຽດນາມ ແລະ ຈະແມ່ນໜຶ່ງໃນບັນດາປະເທດນຳໜ້າທີ່ໃຫ້ສັດຕະຍາບັນສັນຍາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ