ນາຍົກລັດຖະມົນຕີຫງວຽນຊວັນຟຸກປາດຖະໜາຢາກເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ-Prague

(VOVWORLD) -ການພົວພັນລະຫວ່າງຫວຽດນາມ - ສ.ເຊັກໂກ ແມ່ນການພົວພັນທີ່ມີມາແຕ່ດົນນານ, ສະໜິດຕິດພັນ ແລະ ເຕັມໄປດ້ວຍອາລົມຈິດອັນດູດດື່ມ.

ນາຍົກລັດຖະມົນຕີຫງວຽນຊວັນຟຸກປາດຖະໜາຢາກເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ-Prague - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Jan Hamacek, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນສ.ເຊັກໂກ

(ພາບ: TTXVN)

ທີ່ການຕ້ອນຮັບທ່ານ Jan Hamacek, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນສ.ເຊັກໂກ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນຕອນບ່າຍວັນທີ 01 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ, ການພົວພັນລະຫວ່າງຫວຽດນາມ - ສ.ເຊັກໂກ ແມ່ນການພົວພັນທີ່ມີມາແຕ່ດົນນານ, ສະໜິດຕິດພັນ ແລະ ເຕັມໄປດ້ວຍອາລົມຈິດອັນດູດດື່ມ.

        ຂອບໃຈສ.ເຊັກໂກ ທີ່ໄດ້ຊຸກຍູ້ການລົງນາມໃນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ ແລະ ສັນຍາອາລັກຂາການລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ, ສ.ເຊັກໂກ ຈະສືບຕໍ່ສະໜັບສະໜູນຫວຽດນາມ ໃນການໃຫ້ສັດຕະຍາບັນສັນຍາ 2 ສະບັບດັ່ງກ່າວ ເພື່ອປະຕິບັດຍິ່ງໄວກໍ່ຍິ່ງດີ. ກໍ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ສ.ເຊັກໂກ ຈະສ້າງເງື່ອນໄຂສະດວກເພື່ອເປີດສາຍການບິນໂດຍກົງລະຫວ່າງ Prague ແລະ ຮ່າໂນ້ຍ; ພ້ອມທັງສ້າງເງື່ອນໄຂສະດວກກ່ຽວກັບການອອກວີຊາ ເພື່ອໃຫ້ພົນລະເມືອງຫວຽດນາມ ໄປທ່ອງທ່ຽວ ແລະ ທຳມາຫາກິນຍາວນານຢູ່ ສ.ເຊັກໂກ.

        ສ່ວນທ່ານຮອງນາຍົກລັດຖະມົນຕີສ.ເຊັກໂກ ໄດ້ແບ່ງປັນກ່ຽວກັບບັນດາເນື້ອໃນສຳຄັນຂອງການຢ້ຽມຢາມໃນຄັ້ງນີ້, ໃນນັ້ນມີເນື້ອໃນຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ; ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ; ຊົມເຊີຍເລື່ອງເປີດສາຍການບິນໂດຍກົງລະຫວ່າງ Prague - ຮ່າໂນ້ຍ…

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ ພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນສ.ເຊັກໂກ Jan Hamacek.

ຕອບກັບ

ຂ່າວ/ບົດ​ອື່ນ