ນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະໜາວ່າບັນດາວິສາຫະກິດຕ່າງປະເທດເພີ່ມທະວີການລົງທຶນເຂົ້າຫວຽດນາມ

ນາຍົກລັດຖະມົນຕີຫງວຽນຊວນຟຸກປາດຖະໜາວ່າບັນດາວິສາຫະກິດຕ່າງປະເທດເພີ່ມທະວີການລົງທຶນເຂົ້າຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
ຕ້ອນຮັບຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Samsung 
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 04/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ບັນດາ​ການ​ຕ້ອນຮັບ ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Samsung  ທ່ານShin Jong Kyun ​ແລະ ກຸ່ມ​ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຖື​ວ່າ: ​ເລື່ອງ​ກຸ່ມ​ບໍລິສັດ​ແຖວ​ໜ້າ​ໂລກ​ຄື Samsung ລົງ​ທຶນ​ເຂົ້າ ຫວຽດນາມ ດ້ວຍ​​ຈຳນວນ​ຫລາຍ  ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ລົງທຶນ​ໄລຍະ​ຍາວ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ ນັ້ນ​ແມ່ນ​ຄວາມ​ຢັ້ງຢືນ​ຢ່າງ​ແຮງ ສຳລັບ​ການ​ດຶງ​ດູດ​ຂອງ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ກຸ່ມ​ບໍລິສັດ Samsung ສືບ​ຕໍ່​ລົງທຶນ​ເຂົ້າ ຫວຽນ​ດາມ ຢ່າງ​ແຮງ, ກໍ່ສ​້າງ ​ແລະ ພັດທະນາ​ສູນ​ຄົ້ນຄວ້າ ​ແລະ ພັດທະນາ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ Samsung ດຳ​ເນີນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​​ຢ່າງ​ສະດວກ. ບັນດາ​ຜົນ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ Samsung ຢູ່ ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽນ​ດມ - ສ.​ເກົາຫຼີ ຕາມ​ທິດ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະໜັບສະໜູນ​ກຸ່ມ​ບໍລິສັດ Samsung ສືບ​ຕໍ່​​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ຫວຽດນາມ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເອ​ເລັກ​ໂຕ​ນິກ​​ເທົ່າ​ນັ້ນ ຫາກ​ຍັງ​ບັນດາ​ຂົງ​ເຂດ​ມີ​ທ່າ​ແຮງ​ອື່ນ​ໆ. ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Samsung  ທ່ານ Shin Jong Kyun ​ໃຫ້​ຮູ້​ວ່າ: ​ໃນ​ປີ​ນີ້, ​ Samsung ຈະ​ຜະລິດ​ກ່ວາ 200 ລ້ານ​ຜະລິດ​ຕະພັນ​ໂທລະສັບ​ມື​ຖື​ສົ່ງ​ອອກສູ່​ປະ​ເທດ​ຕ່າງໆໃນ​ໂລກ. ທ່ານ Shin Jong Kyun ປາດ​ຖະໜາ​ວ່າ: ລັດຖະບານ ຫວຽດນາມ ຈະມີ​ຍຸດ​ທະ​ສາດ​ເໝາະ​ສົມ​ໂດຍ​ໄວ​ ​ເພື່ອຮອງ​ຮັບທ່າ​ອ່ຽນພັດທະນາ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ, ​ໂທລະ​ຄົມມະນາຄົມ​ຂອງ​ໂລກ. ທ່ານ Shin Jong Kyun ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຄົາລົບ​ບັນດາ​ຂໍ້​ກຳນົດ​ກົດໝາຍຂອງ ຫວຽດນາມ ກ່ຽວ​ກັບ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ…ຢ່າງ​ເຂັ້ມ​ງວດ.

        ​ແລ​ະ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ກຸ່ມ​ບັນດາ​ນັກ​ລົງທຶນ ອາ​ເມ​ລະກາ ​ໂດຍ​ທ່ານ William Weidner ຜູ້ອຳ​ນວຍ​ການ​ກຸ່ມ​ບໍລິສັດ Weidner Holdings ນຳ​ໜ​້າ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສາມາດ​​ໄວ້​ວາງ​ໃຈ​ຕໍ່ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ: ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ພັດທະນາ​ແຮງ​ກ່ວາ​ອີກ ​ໃນ​ບັນດາ​ຂົງ​ເຂດ ​ໃນ​ນັ້ນ​ມີ​ຂົງ​ເຂດ ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ. ສ່ວນ​ທ່ານ William Weidner ​ໃຫ້​ຮູ້​ວ່າ: ບັນດາ​ສະມາຊິກ​ລັດຖະສະພາ ອາ​ເມ​ລິ​ກາ ສະໜັບສະໜູນບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເຂົ້າ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ທີ່​ສຸດ ​ແລະ ກຸ່ມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ກໍ່ປາດ​ຖະໜາ​ຢາກ​ສ້າງ​ສູນ​ການ​ຄ້າ​ທັນ​ສະ​ໄໝ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ William Weidner ຖື​ວ່າ: ​ດ້ວຍເລື່ອງ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ຫວຽດນາມ ຈະ​ກາຍ​​ເປັ​ແທດ​ທີ່​ດຶງ​ດູດ​ການ​ລົງທຶນ​ສາກົນ.

ຂ່າວ/ບົດ​ອື່ນ