ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບນາຍົກລັດຖະມົນຕີນອກແວ

(VOVWORLD) -ໃນຂອບເຂດການຢ້ຽມຢາມນອກແວຢ່າງເປັນທາງການ, ວັນທີ 24 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີແຫ່ງລາຊະອານາຈັກນອກແວ Erna Solberg.

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະເຈລະຈາກັບນາຍົກລັດຖະມົນຕີນອກແວ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີແຫ່ງລາຊະອານາຈັກນອກແວ Erna Solberg

(ພາບ: TTXVN)

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ຕີລາຄາການພົວພັນລະຫວ່າງຫວຽດນາມ - ນອກແວ ໃນໄລຍະຜ່ານວ່າ ໄດ້ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງແຮງໃນຫຼາຍຂົງເຂດ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ຕີລາຄາວ່າ ການຮ່ວມມື 2 ຝ່າຍໃນບັນດາຂົງເຂດລົງເລິກຂະແໜງ ໄດ້ ແລະ ພວມມີບາດກ້າວພັດທະນາຢ່າງແຮງ, ໂດຍສະເພາະແມ່ນໃນບັນດາຂົງເຂດປ່າໄມ້, ສິ່ງແວດລ້ອມ, ສິນໃນນ້ຳ, ສິນທະເລ, ພະລັງງານຜະລິດຄືນໃໝ່, ການຂົນສົ່ງທາງທະເລ ແລະ ຕໍ່ກ່ຳປັ່ນ.

        2 ຝ່າຍໄດ້ເຫັນດີຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA) ໃນນັ້ນນອກແວ ແມ່ນປະເທດສະມາຊິກ ແລະ ເປັນປະເທດປະສານງານການເຈລະຈາ; ສົ່ງເສີມປະຊາຄົມວິສາຫະກິດ 2 ປະເທດສືບຕໍ່ຊຸກຍູ້ ແລະ ເປີດກວ້າງການຮ່ວມມືດຳເນີນທຸລະກິດ; ນາຍົກລັດຖະມົນຕີ 2 ທ່ານໄດ້ຊົມເຊີຍ ການຈັດຕັ້ງເວທີປາໄສວິສາຫະກິດຂັ້ນສູງຫວຽດນາມ - ນອກແວ ຢູ່ Oslo ເນື່ອງໃນໂອກາດການຢ້ຽມຢາມ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ 2 ຝ່າຍເປີດກວ້າງການໂອ້ລົມສົນທະຍາ ແລະ ຮ່ວມມື 2 ຝ່າຍໃນບັນດາຂົງເຂດໃໝ່ຄື ກ່ຽວຂ້ອງເຖິງແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ການສຶກສາ, ທ່ອງທ່ຽວ, ວັດທະນະທຳ…

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ 2 ປະເທດຈະເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຄວາມມານະພະຍາຍາມຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ມິດຕະພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັບປະກັນຄວາມເສລີ, ສິດ ແລະ ພັນທະທີ່ໄດ້ກຳນົດໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ; ຮຽກຮ້ອງໃຫ້ບັນດາຝ່າຍ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ເຄົາລົບກົດໝາຍສາກົນ.

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ຈັດການຖະແຫຼງຂ່າວຮ່ວມ. ທ່ານນາງນາຍົກລັດຖະມົນຕີນອກແວ Erna Solberg ຊີ້ແຈ້ງວ່າ, ນອກແວຕີລາຄາສູງການຮ່ວມມືດ້ານການຄ້າ ແລະ ການດຳເນີນທຸລະກິດລະຫວ່າງ 2 ປະເທດ.

        “ຂ້າພະເຈົ້າຢາກເຫັນການຮ່ວມມືດຳເນີນທຸລະກິດໄດ້ຮັບການເປີດກວ້າງໃນຂົງເຂດທະເລ ແລະ ການເດີນທະເລ, ພະລັງງານຜະລິດຄືນໃໝ່ ແລະ ນ້ຳມັນອາຍແກັດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະລົງນາມໃນສັນຍາການຄ້າເສລີຫວຽດນາມ - ນອກແວ ໂດຍໄວ”.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽຊວນຟຸກ, ໃຫ້ຮູ້ວ່າ.

        “ທ່ານນາງນາຍົກລັດຖະມົນຕີນອກແວ ແລະ ຂ້າພະເຈົ້າໄດ້ຢືນຢັນຄວາມຕັດສິນໃຈຂອງລັດຖະບານ 2 ປະເທດ ສິ້ນສຸດການເຈລະຈາ ແລະ ລົງນາມໃນສັນຍາ EFTA ເຊິ່ງນອກແວແມ່ນສະມາຊິກຫຼັກແຫຼ່ງ. ສັນຍາດັ່ງກ່າວຈະເປີດກາລະໂອກາດຮ່ວມມື, ລົງທຶນ, ດຳເນີນທຸລະກິດໃໝ່ຫຼາຍຢ່າງ ແລະ ຕິດພັນການພົວພັນລະຫວ່າງ 2 ປະເທດຢ່າງແໜ້ນແຟ້ນ. ພວກຂ້າພະເຈົ້າຕີລາຄາສູງໝາກຜົນຂອງເວທີປາໄສວິສາຫະກິດລະຫວ່າງ 2 ປະເທດ. ຂ້າພະເຈົ້າ ແລະ ທ່ານນາງນາຍົກລັດຖະມົນຕີນອກແວ ໄດ້ແບ່ງປັນກ່ຽວກັບຄວາມສາມາດຮ່ວມມືລະຫວ່າງ 2 ປະເທດກ່ຽວກັບການພັດທະນາເສດຖະກິດທະເລຂຽວ, ຍືນຍົງ, ພະລັງງານຜະລິດຄືນໃໝ່… ຫວຽດນາມ ຈະຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມ ແລະ ມີການປະກອບຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມມະຫາສະມຸດຄັ້ງທີ 6 ຂອງພວກເຮົາໂດຍນອກແວ ເປັນເຈົ້າພາບຈັດຕັ້ງໃນເດືອນ ຕຸລາ 2019”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ