ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຂົ້າຮ່ວມພິທີເລີ່ມລົງມືປະຕິບັດໂຄງການ VISIP ເງະອານ


ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງ ເຂົ້າຮ່ວມພິທີເລີ່ມລົງມືປະຕິບັດໂຄງການ VISIP ເງະອານ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ເຕີ້ນ​ຢຸງ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ປະ​ຕິ​ບັດໂຄງ​ການ VISIP ເງະ​ອານ

(vovworld)- ຕອນ​ເຊົ້າ​ວັນ​ທີ 16/9, ໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ​ຮ່ວມ​ທຸລະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ​( VISIP) ທີ 7 ຢູ່​ຫວຽດ​ນາມ ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທ​າງ​ການຢູ່​ເມືອງຮຶງງວຽນ, ແຂວງ ເງະ​ອານ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​ລົງ​ມື​ປະ​ຕິ​ບັດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ : ເຂດ​ອຸດ​ສາ​ຫະ​ກຳ​ຮ່ວມ​ທຸລະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ​ ຢູ່​ເມືອງຮຶງງວຽນ, ແຂວງ ເງະ​ອານ ທີ່​ເຂົ້າສູ່​ການ​ເຄ​ື່ອນ​ໄຫວນັ້ນ, ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຂວງ​ເງະ​ອານ​ເວົ້າ​ສະ​ເພາະ ແລະ ເຂດ​ຕອນ​ເໜືອ​ຂອງ​ພາກ​ກາງເທົ່າ​ນັ້ນ, ຫາກ​ຍັງ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ​ອີກ​ດ້ວຍ, ອັນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຂໍ້​ຕົກ​ລົງ​ເຊື່ອມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ລັດ​ຖະ​ບານ​ຫວຽດ​ນາມ ແລະ ສິງ​ກະ​ໂປ.

     ແລະ ກໍ​ເນື່ອງ​ໃນ​ໂອ​ກາດ​ດຳ​ເນີນ​ພິ​ທີ​ເລີ່ມ​ລົງ​ມື​ປະ​ຕິ​ບັດໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ​ຮ່ວມ​ທຸລະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ​ ຢູ່​ແຂວງ​ເງະ​ອານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ Lim Hng Kiang. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ​ໝ​ັ້ນ​ໝາຍສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ເທດ​ຕ່າງໆ, ໃນ​ນັ້ນ ມີ​ສິງ​ກະ​ໂປ ເຂົ້າ​ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ສ່ວນທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ສິງ​ກະ​ໂປ Lim Hng Kiang ຢືນ​ຢັນ​ວ່າ ລັດ​ຖະ​ບານ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ສິງ​ກະ​ໂປ ໝັ້ນ​ໝາຍ​ຈະ​ຍູ້​ແຮງ ແລະ ພະ​ຍາ​ຍາມ​ປະ​ຕິ​ບັດໂຄງ​ການ​ເຂດ​ອຸດ​ສາ​ຫະ​ກຳ​ຮ່ວມ​ທຸລະ​ກິດ​ຫວຽດ​ນາມ - ສິງ​ກະ​ໂປ​ຢູ່​ແຂວງ​ເງະ​ອານ ຢ່າງ​ສຳ​ເລັດ​ຜົນ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ການ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

 

 

 

 

ຂ່າວ/ບົດ​ອື່ນ