ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດານັກຮົບເກົ່າດີເດັ່ນ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດານັກຮົບເກົ່າດີເດັ່ນ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບບັນດານັກຮົບເກົ່າດີເດັ່ນ
(ພາບ: VGP/Nhật Bắc)

(vovworld) – ຕອນ​ບ່າຍ​ວັນ​ທີ 2/12, ທີ່​ການ​ຕ້ອນ​ຮັບ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຄັ້ງ​ທີ 5, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ຢືນ​ຢັນ​ວ່າ: ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ແມ່ນ​ອົງ​ການ​ການ​ເມືອງ ສັງ​ຄົມ​​ທີ່ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ, ​ການປະ​ກອບ​ສ່ວນ​ຂອງ​ສະ​ມາ​ຄົມ​ຂັ້ນ​ຕ່າງໆ, ບັນ​ດາ​ສະ​ມາ​ຊິກ​ສະ​​ມາ​ຄົມ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ລວມ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ​ການ​ນຳ​ສະ​ມາ​ຄົມ, ບັນ​ດາ​ສະ​ມາ​ຊິກ​ດີ​ເດັ່ນ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ໜ້າ​ທີ່​ລວມ​ໃນ​ບັນ​ດາ​ຂົງ​ເຂດ, ພັດ​ທະ​ນາ​ເສດ​ຖະ​ກິດ, ພ້ອມ​ກັນ​​ລົບ​ລ້າງຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ປະ​ກອບ​ສ່ວນ​ກໍ່ສ້າງ​​ລະ​ບົບ​ການ​ເມືອງ, ພິ​ເສດ​ແມ່ນ​ຢູ່​ຂັ້ນ​ຮາກ​ຖານ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາແຜນນະ​ໂຍ​ບາຍ, ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ເປັນ​ຢ່າງ​ດີ.

 


ຂ່າວ/ບົດ​ອື່ນ