ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ວ່າການແຂວງມົດສະກູສະຫະພັນລັດເຊຍ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຜູ້ວ່າການແຂວງມົດສະກູສະຫະພັນລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ຕ້ອນຮັບ​ທ່ານ
 Andrei Vorobyov ຜູ້​ວ່າ​ການ​ແຂວງ ມົດ​ສະ​ກູ
(ພາບ:VGP/NhatBac)

(vovworld) –​ ຕອນ​ບ່າຍ​ວັນ​ທີ 22/10, ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ​ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Andrei Vorobyov ຜູ້​ວ່າ​ການ​ແຂວງ ມົດ​ສະ​ກູ ສະຫະພັນ ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ສະຫະພັນ ລັດ​ເຊຍ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ພ້ອມ​ທັງ ​ໃຫ້​ຮູ້​ວ່າ: ທີ່​ວາລະ​ປະຊຸມຄະນະ​ກຳມະການຮ່ວມ​ມື​ລະຫວ່າງ​ລັດຖະບານ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສຸມ​ໃສ່​ແລກປ່ຽນ, ວາງ​ອອກ​ບັນດາ​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ສະຫະພັນ ລັດ​ເຊຍ ຢ່າງ​​ເລິກ​ເຊິ່ງ ກ້ວາງ​ຂວາງ​ກ່ວາ​ອີກ ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ…ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​໋ນຢຸງ ປາດ​ຖະນາ​ວ່າ ແຂວງ ມົດ​ສະ​ກູ ຈະສື​ບຕໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ.

 

ຂ່າວ/ບົດ​ອື່ນ