ນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດຮູງກາຣີ

ນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດຮູງກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ແຫ​ລ່ງຊັບພະຍາກອນມະນຸດ ຮູ​ງກາຣີ Balog Zoltan
ພາບ:VGP


(vovworld)-  ຕອນ​ບ່າຍ​ວັນ​ທີ 4/3, ຢູ່ ຮ່າ​ໂນ້ຍ, ​​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ແຫ​ລ່ງຊັບພະຍາກອນມະນຸດ ຮູ​ງກາຣີ Balog Zoltan ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູງ ​ໄດ້​ເນັ້ນ​ຫນັກ​ວ່າ : ຫວຽດນາມ ຖື​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ ຮູ​ງກາຣີ ​ເປັນ​ສຳຄັນ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ ຮູ​ງກາຣີ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ທັງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ຍູ້​ແຮງ​ລະດັບ​ຄວາມ​ໄວ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຊື່​ງສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ກວ່າ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ສາທາລະນະ​ສຸກ, ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ, ພ້ອມ​ທັງ​ສະ​ເຫ​ນີ​ໃຫ້ ຮູ​ງກາຣີ ​ເພີ່ມ​ທຶນ​ສຶກສາ​ເພື່ອ​ໃຫ້​ນັບ​ມື້​ນັບ​ມີ​ນັກຮຽນ, ນັກ​ສຶກສາ ຫວຽດນາມ ​ໄປ​ຮຳ່ຮຽນ​ຢູ່ ຮູງກາຣີ ຫລາຍ​ກວ່າ ກໍ​ຄື​ຢາກ ຮູ​ງກາຣີ ​ເປີດ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ຢູ່ ຫວຽດນາມ.

ຂ່າວ/ບົດ​ອື່ນ