ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບສະມາຄົມວາງແຜນຜັງພັດທະນາຕົວເມືອງຫວຽດນາມ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບສະມາຄົມວາງແຜນຜັງພັດທະນາຕົວເມືອງຫວຽດນາມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ເຕີນ​ຢູ້ງ​ຕ້ອນ​ຮັບ​ສະ​ມາ​ຄົມ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຕົວ​ເມືອງ​ຫວຽດ​ນາມ
(ພາບ​:
chinhphu.vn)

(vovworld) –  ​​ຕອນ​ບ່າຍ​ວັນ​ທີ 30/10, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ສະ​ມາ​ຄົມ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຕົວ​ເມືອງ ຫວຽດ​ນາມ  ເນື່ອງ​ໃນ​ໂອ​ກາດ​ສະ​ມາ​ຄົມ​ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 4 (ອາ​ຍຸ​ການ 2014 – 2019), ທີ່​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 8 – 9/11/2014. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ​ພວມ​ໃນ​ວິ​ວັດ​ການ​ຍູ້​ໄວ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ຫັນ​ເປັນທັນ​ສະ​ໄໝ, ຫັນ​ເປັນຕົວ​ເມືອງ. ພ້ອມ​ກັບ​ການ​ພັດ​ທະ​ນາ​ບັນ​ດາ​ຕົວ​ເມືອງ, ປະ​ເທດ​ຊາດ​ພວມ​ສຸມ​ໃສ່​ໃຫ້​ແກ່​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ​ ຫັນ​ກະ​ສິ​ກຳ, ຊົນ​ນະ​ບົດ​ເປັນອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝຢ່າງ​ແຮງ. ໃນ​ສະ​ພາບ​ການນັ້ນ, ໜ້າ​ທີ່​ໄດ້​ວາງ​ອອກ​ສຳ​ລັບ​ວຽກ​ງານ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຕົວ​ເມືອງ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ ຢູ່​ບັນ​ດາ​ເຂດ​ຊົນ​ນະ​ບົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ, ຕ້ອງ​ມີ​ແຜນ​ຜັງ​ດີ​ຈຶ່ງ​ສາ​ມາດພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ປາດ​ຖະ​ໜາ​ວ່າ: ສະ​ມາ​ຄົມ​ວາງ​ແຜນ​ຜັງ​ພັດ​ທະ​ນາ​ຕົວ​ເມືອງ ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ພາ​​ລະບົດ​ບາດ, ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ເຂົ້າ​ວ​ຽກ​ງານ​ວາງ​ແຜນ​ຜັງ, ພັດ​ທະ​ນາ​ຕົວ​ເມືອງ, ​ໃຫ້​ຄຳ​ປຶກ​ສ​າ, ໄຈ້​ແຍກ​ຕີ​ລາ​ຄາ​ແຜນ​ຜັງ… ກ່​ວາ​ອີກ. ລັດ​ຖະ​ບານ​​ຍາມ​ໃດ​ກໍ່​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​​ໃຫ້​ ກ​ານ​ເຄື່ອນ​ໄຫວ​ຕ່າງໆຂອງ​ສະ​ມາ​ຄົມ​ວາງ​ແຜນ​ຜັງ​ພັດ​ທະ​ນ​າ​ຕົວ​ເມືອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ