ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສາຍທາງດ່ວນເບ໋ນລຶກ-ລອງແທ່ງ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສາຍທາງດ່ວນເບ໋ນລຶກ-ລອງແທ່ງ - ảnh 1
ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູ້ງ​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງ​ມື​ກໍ່ສ້າງ​ສາຍ​ທາງ​ດ່ວນ​ເບ໋ນລຶກ-ລອງ​​ແທ່ງ
(ພາບ: Mai Vọng)

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/7, ກະຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ເສັ້ນທາງ​ດ່ວນ ​ເບ໋ນລຶກ - ລອງ​ແທ່ງ ຢູ່​ບ້ານ​ບີ່​ງທ້ວນ, ຕາ​ແສງ ບິ່ງ​ແຄ໋ງ, ​ເມືອງ ​ເກີ່​ນ​ເຢີ່, ນະຄອນ ​ໂຮ່ຈີ​ມິນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ມາ​ເຂົ້າ​ຮ່ວມ ​ແລະ ອອກ​ຄຳ​ສັ່ງ​ລົງມື​ກໍ່​ສ້າງ.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ພິ​ເສດ​​ເຖິງ​ຄວາມ​ຄືບ​ໜ້າ, ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ຂອງ​ໂຄງການ. ​ເພື່ອ​ໃຫ້​ໂຄງການ​ເສັ້ນທາງ​ດ່ວນ ​ເບ໋ນລຶກ - ລອງ​ແທ່ງ ບັນ​ລຸ​ປະສິດທິ​ຜົນ, ບັນດາ​ທ້ອງ​ຖີ່​ນຕ້ອງ​ເອົາ​​ໃຈ​ໃສ່​ເຖິງ​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ:

    “ຂ້າພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ຂອງ​ລົງທຶນ​ແມ່ນ​ບໍລິສັດ​ໃຫຍ່​ເສັ້ນທາງ​ດ່ວນ ຫວຽດນາມ, ກະຊວງ​ຄົມ​ມະ​ນາ​ຄົມ ຂົງ​ສົ່ງ ຕ້ອງ​ປະຕິບັດ​ຕາມ​ກົດໝາຍ​​ໃນ​ວິວັດ​ການ​ລົງທຶນ​ກໍ່ສ້າງ​ໂຄງການ​ນີ້ຢ່າງ​ເຂັ້ມ​ງວດ ​ແລະ ຂ້າພະ​ເຈົ້າ​ກໍ່​ຮຽກຮ້ອງ​ບັນດາ​ນັກ​ປະມູນ​ຕ້ອງ​ປະຕິບັດ​ຖືກຕ້ອງ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ເພື່ອຮັບປະກັນ​ຖື​ກກັບ​ຄວາມ​ຄືບ​ໜ້າ​, ຄຸນ​ນະພາ​ບຂອງ​ກິດຈະ​ກຳໃນ​ຕະຫຼອດ​ວິວັດ​ການ​ປະຕິບັດ​ງານ​ໂຄງການ.”

    ​ໂຄງການເສັ້ນທາງ​ດ່ວນ ​ເບ໋ນລຶກ - ລອງ​ແທ່ງ ​ແມ່ນ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ, ​ແມ່ນ​ໂຄງການ​ທາງບົກ​ໃຫຍ່​ສຸດ​ຢູ່​ພາກ​ໃຕ້. ດ້ວຍ​ຍອດ​ເງິນ​ລົງທຶນ​ຂຶ້ນ​ເຖິງ 1,6 ຕື້ USD, ມີ​ລວງ​ຍາວ​ກ່ວາ 57 ກມ ຜ່ານ​ນະຄອນ ​ໂຮ່ຈີ​ມິນ, ​ແຂວງ ລອງ​ອານ​ ​ແລະ ດົ່ງ​ນາຍ.



ຂ່າວ/ບົດ​ອື່ນ