ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຮັດວຽກກັບຄະນະເສດຖະກິດສູນກາງ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຮັດວຽກກັບຄະນະເສດຖະກິດສູນກາງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ເປັນປະທານກອງປະຊຸມ
(ພາບ:vtc.vn)

(vovworld) – ວັນ​ທີ 14/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະທານ​ກອງ​ປະຊຸມ​ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 6 ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ລະບອບ​ເສ​ດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ໂດຍປະຕິບັດ​​ໂຄງການ​​ເຮັດ​ວຽກ​ທັງ​ອາຍຸ​ການຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ແລະ ​ໂຄງການ​ເຮັດ​ວຽກ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງປີ 2014, ກົມການ​ເມືອງ​ໄດ້​ມອບໝາຍ​ໃຫ້​ຄະນະ​ເສດຖະກິດ​ສູນ​ກາງ​ເປັນ​ປະທານ ​ແລະ ມອບ​ສິດ​ໃຫ້​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ນຳ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ດັ່ງກ່າວ.

    ​ເມື່ອ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ເລື່ອງ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 6 ຊຸດ​ທີ 10 ກ່ຽວ​ກັບ​ການ​ສືບ​ຕໍ່​ສ້າງ​ສຳ​ເລັດ​ລະບອບ​​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ແມ່ນ​ບັນຫາ​ໃຫຍ່​ຫຼວງ​ທີ່​ສຸດ, ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ສຳລັບ​ການ​ພັດ​ທະນາ​ຂອງ​ປະ​ເທດ​ຊາດ. ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ, ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ມະຕິ​ໄດ້ກ້າວ​ເຂົ້າ​ສູ່​ຊີວິດຕົວ​ຈິງ, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢູ່​ທຸກ​ຂັ້ນ, ທຸກຂະ​ແໜງ​ການຢ່າງ​ຄົບ​ຊຸດ, ​ເຂັ້ມ​ງວດ, ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ຮັບ​ຮູ້​ກ່ຽວ​ກັບ​ເສດຖະກິດ​ການ​ຕະຫຼ​າດ ກຳນົດ​ທິດ​ສັງຄົມ​ນິຍົມ​​ໄດ້​ຮັບ​ການ​ຍົກ​ສູງ, ລະບົບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ເສດຖະກິດ​ການ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ໄດ້​ຮັບ​ການ​ປະກາດ​ໃຊ້ຄົບ​ຖ້ວຍ​ພໍ​ສົມຄວນ, ບັນດາ​ປັດ​ໄຈ​ພື້ນຖານ​ຂອງ​ເສດຖະກິດ​ການ​ຕະຫຼາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເທື່ອ​ລະ​ກ້າວ.

   

 


ຂ່າວ/ບົດ​ອື່ນ