ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຫ້ອງວ່າການລັດຖະບານ

(VOVWORLD) -ຕອນບ່າຍວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຫ້ອງວ່າການລັດຖະບານ ປີ 2017 ແລະ ຜັນຂະຫຍາຍໜ້າທີ່ວຽກງານໃນປີ 2018
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຫ້ອງວ່າການລັດຖະບານ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຫ້ອງວ່າການລັດຖະບານ 

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຖືວ່າ ຫ້ອງວ່າການລັດຖະບານມີໜ້າທີ່ອັນໃຫຍ່ຫຼວງ, ມີບົດບາດຊ່ວຍວຽກໃຫ້ແກ່ລັດຖະບານ ແລະ ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີຫ້ອງວ່າການລັດຖະບານຕ້ອງສະແດງບົດບາດແມ່ນອົງການເປັນເສນາທິການໃຫ້ແກ່ ລັດຖະບານ ແລະ ນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ຫ້ອງວ່າການລັດຖະບານ ຍັງນຳສະເໜີບັນດານະໂຍບາຍທີ່ມີຄວາມທຽງທຳ, ໂປ່ງໃສ ເພື່ອຜົນປະໂຫຍດລວມ ເພື່ອປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ