ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບທ່ານເອກອັກຄະລັດຖະທູດປອັກຕຸຍການ, ເຊີເບຍ

ນາຍົກລັດຖະມົນຕີຫວຽດນາມຕ້ອນຮັບທ່ານເອກອັກຄະລັດຖະທູດປອັກຕຸຍການ, ເຊີເບຍ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫວຽນຊວນ​ຟຸກ
ຕ້ອນ​ຮັບ​ທ່ານ Francisco Assis Morais Cunha Vazpatto)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 10/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫວຽນຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Francisco Assis Morais Cunha Vazpatto, ເອກ​ອັກ​ຄະ​ລັດ​ຖະ​ທູດ​ປ​ອັກ​ຕຸຍ​ການ​ ປະ​ຈຳ​ໄທ ທັງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ ແລະ ທ່ານ Slobodan Marincovik, ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຊີ​ເບຍ ປະ​ຈຳ​ອິນ​ໂດ​ເນ​ເຊຍ ທັງ​ເປັນ​ຜູ້​ຮັບ​ຜິດ​ຊອບ​​ໜ້າ​ທີ່​ການ​ທູດ​ຢູ່ຫວຽດ​ນາມ.

        ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ປ​ອັກ​ຕຸຍ​ການ ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ​ ຫວຽດ​ນາມ-ອີ​ຢູ, ລົງ​ນາມ​ໃນສັນ​ຍາ​ເສຍ​ພາ​ສີ​ຊ້ອນ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປ​ອັກ​ຕຸຍ​ການ ກ່ຽວ​ກັບ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ກິ​ລາ, ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ, ຜ່ານນັ້ນ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Francisco Assis Morais Cunha Vazpatto ຢັ້ງ​ຢືນ​ວ່າ ປ​ອັກ​ຕຸຍ​ການ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ການ​ຄ້າ​ຫວຽດ​ນາມ-ອີ​ຢູ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ສັນ​ຍານີ້​ໄດ້​ຮັບ​ການ​ລົງ​ນາມ ແລະ ຜັນ​ຂະ​ຫຍາຍ​ໂດຍ​ໄວ.

        ທີ່​ການ​ຕ້ອນ​ຮັບ​ທ່ານ Slobodan Marincovik ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຊີ​ເບຍ ປະ​ຈຳ​ອິນ​ໂດ​ເນ​ເຊຍ ທັງ​ເປັນ​ຜູ້​ຮັບ​ຜິດ​ຊອບ​​ໜ້າ​ທີ່​ການ​ທູດ​ຢູ່ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ປາ​ດຖະ​ໜາ​ຢາກ​ໃຫ້​ສອງ​ຝ່າຍ​ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ສອງ​ຝ່າຍ​ ຈັດ​ຕັ້ງ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ ຫວຽດ​ນາມ-ເຊີ​ເບຍ​ ຢູ່​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ, ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດໄດ້​ຊອກ​ຮູ້, ແລກ​ປ່ຽນ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ສ່ວນ​ທ່ານ Slobodan Marincovik ໃຫ້​ຮູ້​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນຫຼາຍ​ຂົງ​ເຂດ​ທີ່​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື​​ດ້ານເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ສຶກ​ສາ.

ຂ່າວ/ບົດ​ອື່ນ