ນາຍົກລັດຖະມົນຕີອັງກິດຍອມຮັບຄວາມແຕກຕ່າງກັນກັບອາເມລິກາໃນການຕີລາຄາແລະແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

(VOVWORLD) -ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ມີບັນດາຄຳຍ້ອງຍໍອັນດີງາມໃຫ້ແກ່ “ຄວາມເປັນເອກະພາບກ່ຽວກັບຈຸດປະສົງ” ໃນການພົວພັນ “ສຳພັນທະມິດພິເສດ” ລະຫວ່າງອັງກິດ ແລະ ອາເມລິກາ

ນາຍົກລັດຖະມົນຕີອັງກິດຍອມຮັບຄວາມແຕກຕ່າງກັນກັບອາເມລິກາໃນການຕີລາຄາແລະແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ - ảnh 1ການນຳ 2 ປະເທດທີ່ກອງປະຊຸມຖະແຫຼງຂ່າວຮ່ວມ

(ພາບ: AFP/TTXVN)

ແຕ່ກໍ່ຍອມຮັບວ່າມີ “ຄວາມແຕກຕ່າງກັນ” ລະຫວ່າງ 2 ປະເທດໃນການສັງເກດ ແລະ ແກ້ໄຂບັນດາສິ່ງທ້າທາຍລວມ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມຢູ່ນອກຫ້ອງວ່າການນາຍົກລັດຖະມົນຕີ ຢູ່ນະຄອນຫຼວງລອນດອນ ໃນຕອນບ່າຍວັນທີ 04 ມິຖຸນາ, ທ່ານນາງ Theresa May ໃຫ້ຮູ້ວ່າ ໃນການເຈລະຈາກ່ອນໜ້ານັ້ນ, ທ່ານນາງ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ພ້ອມກັນເຫັນດີປັບປຸງ ແລະ ເພີ່ມທະວີການພົວພັນພິເສດລະຫວ່າງ 2 ປະເທດໃນບັນດາຂົງເຂດຄວາມໝັ້ນຄົງ ແລະ ເສດຖະກິດກວ່າອີກ. ການນຳ 2 ທ່ານກໍ່ເຫັນດີຕໍ່ຄຳໝັ້ນສັນຍາຊຸກຍູ້ສັນຍາການຄ້າເສລີ 2 ຝ່າຍ “ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ” ພາຍຫຼັງທີ່ອັງກິດ ຖອນອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ