ນາຍົກລັດຖະມົນຕີອີຣັກ Nouri Al-maliki ລາອອກຈາກຕຳແໜ່ງ

   ນາຍົກລັດຖະມົນຕີອີຣັກ Nouri Al-maliki ລາອອກຈາກຕຳແໜ່ງ - ảnh 1
ນາຍົກລັດຖະມົນຕີອີຣັກ Nouri Al-maliki ລາອອກຈາກຕຳແໜ່ງ
(ພາບ:reuters)

(vovworld)- ຕໍ່ໜ້າ​ກຳລັງ​ດັນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ວັນ​ທີ 14/8, ນາຍົກ​ລັດຖະມົນຕີ​​ໃກ້​ຈະ​ໝົດ​ອາຍຸ​ການຂອງ​ອີຣັກ ທ່ານ Nouri Al-maliki  ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງ ແລະ ສະໜັບສະໜູນຜູ້ຫາກໍໄດ້ຮັບການບົ່ງຕົວໃຫ້ ແທນຕົນ​ເອງ ນັ້ນ​ແມ່ນ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ An-Abadi. ການ​ຕັດສິນ​ຂອງ​ ທ່ານ Nouri Al-maliki​ ໄດ້ຖືກ​ສັງ​ເກດ​ວ່າ​ຈະ​ເຮັດ​ໃຫ້​ສະພາບ​ການ​ເມືອງ​ຢູ່​ອີຣັກເຄັ່ງ​ຕຶງ​ຂຶ້ນ​ຕື່​ມ ຂະນະ​ທີ່​ພວກ​ກະບົດ​ອິດສະ​ລາມ​ນິກາຍ​ຊັນ​ນີພວມ​ຟື້ນ​ຕົວຢ່າງ​ແຂງ​ແຮງ.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 13/8, ສະຫະ​ປະ​ຊະ​ຊາດ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ໃນ​ລະດັບ​ສູງສຸດ​ສຳລັບວິ​ກິດ​ການ​ມະນຸດສະທຳ​ຢູ່​ອີ​ຮັກ, ​ໃນ​ສະພາວະ​ທີ່​ພວກ​ກະບົດ​​ລັດ​ອິດສະ​ລາມ IS ​ໄດ້​ບຸກ​ໂຈມ​ຕີ​ຢ່າງ​ດຸ​ເດືອດ​ຢູ່​ພາກ​ເໜືອ ​ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້, ອັນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ນັບ​​ແສນ​ຄົນ​ຕ້ອງ​ປະລະ​ເຮືອນ​ຊານ, ອົບ​ພະຍົບ​ໄປ​ແຫ່ງ​ອື່ນ.

ຂ່າວ/ບົດ​ອື່ນ