ນາຍົກລັດຖະມົນຕີອະນຸມັດຜ່ານແຜນກຳນົດພັດທະນາຂະແໜງອຸດສາຫະກຳລົດຫວຽດນາມ

ນາຍົກລັດຖະມົນຕີອະນຸມັດຜ່ານແຜນກຳນົດພັດທະນາຂະແໜງອຸດສາຫະກຳລົດຫວຽດນາມ - ảnh 1
ພາບປະກອບ

(​vovworld) – ຕາມ​ແຜນ​ກຳນົດ​ແລ້ວ, ຄາດ​ວ່າ​ຮອດ​ປີ 2020, ປະລິມານ​ລົດ​ໂອ​ໂຕບັນລຸ​ກ່ວາ 227.000 ຄັນ ​ແລະ ຮອດ​ປີ 2030 ​​ແມ່ນ​ເກືອບ 863.000 ຄັນ.

    ກ່ຽວ​ກັບ​ການສົ່ງອອກ​ລົດ​ໂອ​ໂຕ ​ແລະ ​ເຄື່ອງ​ອາ​ໄຫຼ່ຂອງ​ຫວຽດນາມ, ຄາດ​ວ່າ​ຮອດ​ປີ 2020 ຈະສົ່ງ​ອອກ 20.000 ຄັນ ​ແລະ ຮອດ​ປີ 2030 ​ແມ່ນ 30.000 ຄັນ, ການ​ສົ່ງ​ອອກ​ເຄື່ອງ​ອາ​ໄຫຼ່ຮ​ອດປີ 2020 ຈະບັນລຸ 4 ຕື້ USD, ຮອດ​ປີ 2030 ​ແມ່ນ 6 ຕື້ USD.

    ກ່ຽວ​ກັບ​ອຸດສາ​ຫະກຳສຳຮອງ, ​ໃນ​ໄລຍະ​ຮອດ​ປີ 2020, ​ແມ່ນສ້າງ​ຂະ​ແໜງ​ອຸດສາຫະກຳ​ສຳ​ຮອງ​ໃຫ້​ແກ່​ການ​ຜະລິດ​ລົດ​ໂອ​ໂຕ​ພື້ນຖານ. ສູ້​ຊົນ​ຕ​ອບສະໜອງ​​ໃຫ້​ໄດ້ 30 – 40% (ກ່ຽວ​ກັບ​ມູນ​ຄ່າ) ຄວາມ​ຕ້ອງການ​ດ້ານ​ອາ​ໄຫຼ່, ​ເພື່ອ​ຜະລິດ, ປະກອບ​ລົດ​ໂອ​ໂຕ​ພາຍ​​ໃນ​ປະ​ເທດ, ​ເຂົ້າ​ຮ່ວມ​ລະບົບ​ສະໜອງ​​ເຄື່ອງ​ອາ​ໄຫຼ່​​ຂອງ​ອຸດສາຫະກຳ​ລົ​ດ​ໂອ​ໂຕ​ທົ່ວໂລກ. ຮອດ​ໄລຍະ 2026 – 2030 ຮັບປະກັນ​ຕອບ​ສະໜອງ​​ໄດ້ກ່ວາ 50% (ກ່ຽວ​ກັບ​ມູນ​ຄ່າ) ຄວາມ​ຕ້ອງການ​​ເຄື່ອງອາ​ໄຫຼ່​ຮັບ​ໃຊ້​ການ​ຜະລິດ, ປະກອບ​ລົດ​ໂອ​ໂຕ​ພາຍ​ໃນ​ປະ​ເທດ, ສູ້​ຊົນ​​ເພື່ອກາຍ​ເປັນ​ບ່ອນ​ສະໜອງ​ອາ​ໄຫຼ່​ບາ​ງປະ​ເພດ​​ໃຫ້ສຳຄັນ​ໃຫ້​ແກ່​ຂະ​ແໜງ​ອຸດສາຫະກຳ​ລົດ​ໂອ​ໂຕ​​ໃນພາກ​ພື້ນ ​ແລະ ​ໂລກ.


ຂ່າວ/ບົດ​ອື່ນ