ນາຍົກລັດຖະມົນຕີເປັນປະທານກອງປະຊຸມກ່ຽວກັບການຕ້ອນຮັບພົນລະເມືອງ,ແກ້ໄຂການຮ້ອງທຸກກ່າວຟ້ອງ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມກ່ຽວກັບການຕ້ອນຮັບພົນລະເມືອງ,ແກ້ໄຂການຮ້ອງທຸກກ່າວຟ້ອງ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ)

(vovworld) - ຕອນ​ບ່າຍ​ວັນ​ທີ 07/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ທົ່ວ​ປະ​ເທດ​ກ່ຽວ​​ກັບ​ການ​ຕ້ອນ​ຮັບ​ພົນ​ລະ​ເມືອງ, ແກ້​ໄຂ​ການຮ້ອງ​ທ​ຸກ​ກ່າວ​ຟ້ອງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ ເຈືອງ​ຮ່​ວາ​ບິ່ງ, ທ່ານ​ນາງຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ເຈືອງ​ທິ​ມາຍ ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ສຳ​ຫຼວດກວດ​ກາ​ຄືນ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແໜງ​ການ​ຂອງ​ຕົນ ໄດ້​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ດ້ານ​ກົດ​ໝາຍ ແລະ ຄຳ​ຊີ້​ນຳ​ຂອງ​ສູນ​ກາງ ກ່ຽວ​ກັບ​ການຮ້ອງ​ທ​ຸກ​​ກ່າວຟ້ອງ, ຕ້ອນ​ຮັບ​ພົນ​ລະ​ເມືອງ​ເປັນ​ຢ່າງ​ດີ​ແລ້ວບໍ່, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ,ລັດ​ຖ​ະ​ກອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກ​ໍ​ຮຽກ​ຮ້ອງອົງ​ການກວດ​ກາ​ລັດ​ຖະ​ບານ, ຫ້ອງວ່າ​ການ​ລັດ​ຖະ​ບານ ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ​້ອງ​ຖິ່ນ ສ​້າງ​ບົດ​ລາຍ​ງານ​​ໃຫ້ສົມ​ບູນ​ແບບ, ມີ​ແຈ້ງ​ການ​ເພື່ອ​ເປັນ​ພື້ນ​ຖານ​ຊີ້​ນຳ​​​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການຢ່າງ​ລະ​ອຽດ​ກວ່າ, ພິ​ເສດ​ແມ່​ນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ບົນ​ຈິດ​ໃຈ​ຕ້ອງ​ຮັບ​ປະ​ກັນ​ວ່າ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ​່າງໆ ຕ້ອງ​ມີ​​ຄວາມ​ຮ​ັບ​ຮ​ູ້​ຢ່າງ​ຈະ​ແຈ້ງກວ່າ, ມີ​ວິ​ທີ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ, ກາ​ນ​ຮ້ອງ​ທຸກ​ຂອງ​ປະ​ຊາ​ຊົນ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ