ນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງລະງັບໃຈໃນສະພາບການພົວພັນກັບຕວກກີ ພວມເຄັ່ງຕຶງ

ນາຍົກລັດຖະມົນຕີເຢຍລະມັນຮຽກຮ້ອງລະງັບໃຈໃນສະພາບການພົວພັນກັບຕວກກີ ພວມເຄັ່ງຕຶງ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຢຍ​ລະ​ມັນ Angela Merkel

(vovworld) – ວັນ​ທີ 6/3, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຢຍ​ລະ​ມັນ Angela Merkel ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ລະ​ງັບ​ໃຈ​ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງປະ​ເທດນີ້ ແລະ ຕວກ​ກີ ຍັງບໍ່​ທັນ​ມີ​ສັນ​ຍານ​ຫລຸດ​ລົງ​ເທື່ອ. ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ 1 ວັນພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Tayyip Erdogan ໄດ້​ປຽບ​ທຽບ​ຄຳ​ສັ່ງ​ເກືອດ​ຫ້າມ​ຂອງ​ລັດ​ຖະ​ບານ ເຢຍ​ລະ​ມັນ ສຳ​ລັບ​ບັນ​ດາ​ງານ​ໂຮມ​ຊຸມ​ນຸມ​ຂອງ​ປະ​ຊາ​ຄົມ​ຊາວ ເຢຍ​ລະ​ມັນ ເຊື້ອ​ຊາດ ຕວກ​ກີ ​ກັບ “ບັນ​ດາ​ການ​ກະ​ທຳ​ຂອງ ຟາດ​ຊິດ ເຢຍ​ລະ​ມັນ”. ກ່າວ​ຄຳ​ເຫັນ​ຕໍ່​ວ​ົງ​ການ​ນັກ​ຂ່າວ, ທ່ານ Steffen Seibert, ໂຄ​ສົກ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງ​ກ່າວ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ແລະ ຖື​ວ່າ ນີ້​ແມ່ນ​ການ​ປຽບ​ທຽບບໍ່​ຖືກ​ຕ້ອ​ງ. ທ່ານ Seibert ກໍ່​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ 2 ປະ​ເທດ​ອາດ​ຈະ​ປຶກ​ສາ​ຫາ​ລື ຢ່າງ​ເປີດ​​ອົກ​ເປີດ​ໃຈ ແລະ ເຂັ້ມ​ງວດ​​ຕໍ່ບັນ​ຫາ​ດັ່​ງ​ກ່າວ, ພ້ອມ​ທັງ​ເນັ້ນ​ຫນັກ​ເຖິງ ຄວາມ​ໝາຍ​ພິ​ເສດ​ຂອງ​ການ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນລະ​ຫວ່າງ 2 ປະ​ເທດສະ​ມາ​ຊິກ​ຂອງ ນາ​ໂຕ ນີ້.


ຂ່າວ/ບົດ​ອື່ນ