ນາຍົກລັດຖະມົນຕີໄທຮຽກຮ້ອງໃຫ້ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ

ນາຍົກລັດຖະມົນຕີໄທຮຽກຮ້ອງໃຫ້ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີ ​ໄທ ປຣາຢຸດ ຈັນ​​ໂອຊາ ​
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ​ ວັນ​ທີ 16/2, ​ທ່ານ​ນາ​ຍົກ​ລັດຖະມົນຕີ ​ໄທ ປຣາຢຸດ ຈັນ​​ໂອຊາ ​ເນັ້ນ​ໜັກ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ, ພ້ອມ​ທັງ​ສະໜັບສະໜູນ​ປະຊາ​ຄົມ​ສາກົນ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນດາ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ດ້ວຍ​ຫົວ​ຂໍ້ “​ຍຸດ​ທະ​ສາດ​​ໃນ​ພາກ​ພື້ນ”, ​ໂດຍ​ທ່ານ​ປະທານາທິບໍດີ ​ອາ​ເມ​ລິ​ກາ Barack Obama ​ເປັນ​ປະທານ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Sunnylands, ລັດ California, ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ​ໄທ ຊີ້​ແຈ້ງວ່າ: ການຂັດ​ແຍ້​ງກັນ​ຢູ່ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນຫາ​ສະດຸ​ງ​ໄວ​ດ້ວຍ​ບັນດາ​ການ​ກະທົບຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ສາກົນ. ທ່ານ​ຖື​ວ່າ: ບັນຫາ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ລະມັດລະວັງ, ດ້ວຍ​ກາ​ນສຳ​ພັດ​ຢ່າງ​ຖືກຕ້ອງ, ​ເພື່ອ​ຮັບປະກັນ​ສັນ​ຕິພາບ​, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ.  ທ່ານ​ ປຣາຢຸດ ຈັນ​​ໂອຊາ ສະ​ໜັບສະ​ໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຮັບປະກັນ​ເສ​ລີ​ພາບ, ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ ​ແລະ ການ​ບິນ​ໃນ​ພາກ​ພື້ນ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ດ້ານ​ການ​ຄ້າສາກົນ ​ແລະ ການ​ໄປມາ​ຂອງ​ກຳ​່​ປັ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ມີ​ຄວາມປອດ​ໄພ ​ແລະ ບໍ່​ຖືກ​ກີດຂວາງ.

ຂ່າວ/ບົດ​ອື່ນ