ນໍາ​ສົ່ງ​ພົນ​ລະ​ເມືອງ​ຫວຽດນາມຈາກສິງກະ​ໂປກັບ​ມາ​ປະ​ເທດ

(VOVWORLD) -ວັນທີ 24 ເມສາ, ບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມປະຈໍາສິງກະໂປ ແລະບໍລິສັດການບິນVietjet Airໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈໍາຖິ່ນ ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 200 ຄົນ ຈາກ ສິງກະໂປ ກັບມາປະເທດຢ່າງປອດໄພ.
ນໍາ​ສົ່ງ​ພົນ​ລະ​ເມືອງ​ຫວຽດນາມຈາກສິງກະ​ໂປກັບ​ມາ​ປະ​ເທດ - ảnh 1 (ພາບປະກອບ: Baoquocte.vn)

ພາຍຫຼັງລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ທັງຈຸບິນ ແລະ ຜູ້ໂດຍສານ ໄດ້ຮັບການກວດພະຍາດ ແລະ ປະຕິບັດການແຍກຕົວລວມໝູ່ຖືກຕ້ອງຕາມຂໍ້ກໍານົດ.

        ໂດຍປະຕິບັດຕາມການຊີ້ນໍາຂອງນາຍົກລັດຖະມົນຕີຫວຽດນາມ, ກະຊວງການຕ່າງປະເທດ ຈະສົມທົບກັບກະຊວງສາທາລະນະສຸກ, ກະຊວງຄົມມະນາຄົມຂົນສົ່ງ ແລະ ກະຊວງປ້ອງກັນປະເທດ ພ້ອມກັບບັນດາບໍລິສັດການບິນພາຍໃນປະເທດສືບຕໍ່ຈັດຕັ້ງຖ້ຽວບິນອີກຈໍານວນໜຶ່ງ ເພື່ອນໍາສົ່ງພົນລະເມືອງຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກ ກັບມາປະເທດ, ໂດຍໄດ້ປະຕິບັດບົນພື້ນຖານການຜັນແປຂອງໂລກລະບາດຢູ່ພາຍໃນປະເທດ ແລະສາກົນ ແລະ ຄວາມອາດສາມາດຈັດຕັ້ງການຮອງຮັບພົນລະເມືອງ ແລະ ການແຍກຕົວຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ