ນາໂຕ ຄວນດັດປັບໃຫ້ແທດເໝາະກັບໂລກແຫ່ງຄວາມອັນຕະລາຍກ່ວາ

(VOVWORLD) -ອົງການນີ້ຄວນດັດປັບໃຫ້ແທດເໝາະກັບໂລກແຫ່ງຄວາມອັນຕະລາຍກ່ວາ. ກ່າວຄຳເຫັນໃນກອງປະຊຸມປ້ອງກັນຄວາມໝັ້ນຄົງປະຈຳປີຂອງຄະນະກຳມະການ ອັກລັງຕິກ ນອກແວ, ຢູ່ Oslo...


ວັນທີ 5 ກຸມພາ, ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO) ໄດ້ຮັບຮູ້ວ່າ: ອົງການນີ້ຄວນດັດປັບໃຫ້ແທດເໝາະກັບໂລກແຫ່ງຄວາມອັນຕະລາຍກ່ວາ. ກ່າວຄຳເຫັນໃນກອງປະຊຸມປ້ອງກັນຄວາມໝັ້ນຄົງປະຈຳປີຂອງຄະນະກຳມະການ ອັກລັງຕິກ ນອກແວ, ຢູ່ Oslo, ທ່ານເລຂາທິການໃຫຍ່ Jens Stoltenberg ເນັ້ນໜັກວ່າ: 3 ໜ້າທີ່ສຳຄັນທີ່ສຸດເຊິ່ງ NATO ຕ້ອງປະເຊີນໜ້າໃນອະນາຄົດເມື່ອແກ້ໄຂສະພາບນະໂຍບາຍຄວາມໝັ້ນຄົງໃໝ່ແມ່ນເພີ່ມທະວີກຸ່ມກ້ອນປ້ອງກັນຕົວລວມໝູ່ໃນແຕ່ລະປະເທດ, ແກ້ໄຂວິກິດການ ແລະ ສະພາບຂາດສະຖຽນລະພາບພາຍນອກ, ປັບປຸງບັນດາການພົວພັນຂ້າມ ອັກລັງຕິກ. ປະຕິເສດຄຳເຫັນທີ່ວ່າ ອາເມລິກາ ແລະ ການາດາ ຈະປະລະ ເອີລົບ, ທ່ານເລຂາທິການໃຫຍ່ Stoltenberg ຕັກເຕືອນວ່າ: ທະຫານ ອາເມລິກາ ປະມານ 300 ຄົນພວມຜ່ານການຝຶກອົບຮົມຢູ່ Vaernes, ພາກກາງ ນອກແວ.


ຕອບກັບ

ຂ່າວ/ບົດ​ອື່ນ