ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ອັງ​ກິດ ເຂົ້າ​​ສູ່ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ສອງຝ່າຍໄດ້ແລກປ່ຽນສະພາບການຮ່ວມມື ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ນຳ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການຄ້າ, ການລົງທຶນ....
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ອັງ​ກິດ ເຂົ້າ​​ສູ່ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ - ảnh 1

 (ພາບ: Nguyễn Hồng/ baoquocte.vn)

  ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານຝ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Amanda Milling ລັດຖະມົນຕີຮັບຜິດຊອບບັນຫາອາຊີ ກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ ໄດ້ເປັນປະທານຮ່ວມ ການໂອ້ລົມສົນທະນາຍຸດທະສາດຫວຽດນາມ-ອັງກິດ ຄັ້ງທີ 8.

   ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນສະພາບການຮ່ວມມື ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ນຳ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການຄ້າ, ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…. ສອງຝ່າຍໄດ້ຢືນຢັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ພວມພັດທະນາຢ່າງຕັ້ງໜ້າ, ສອດຄ່ອງກັບຈິດໃຈຖະແຫຼງການຮ່ວມລະຫວ່າງສອງປະເທດ ເດືອນກັນຍາປີ 2020 ກ່ຽວກັບຄູ່ຮ່ວມມືຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ