ນຳ​ການ​ພົວ​ພັນ​ຄູ່ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ໂຮນ​ລັງ​ ພັດ​ທະ​ນາ​ຢ່າງ​ເລິກເຊິ່ງກ້​ວາງຂວາງ​ ແລະ ຂະ​ຫຍັນ​ຂັນ​ເຂື່ອນ ໃນ​ເວ​ລາ​ຈະ​ມາ​ເຖິງ

(VOVWORLD) - ນາຍົກລັດຖະມົນຕີສອງທ່ານໄດ້ຕົກລົງຍົກລະດັບການພົວພັນ ຫວຽດນາມ - ໂຮນລັງ ຂຶ້ນເປັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນເຮ່ວມມືປັນຢ່າງດີ.
ນຳ​ການ​ພົວ​ພັນ​ຄູ່ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ໂຮນ​ລັງ​ ພັດ​ທະ​ນາ​ຢ່າງ​ເລິກເຊິ່ງກ້​ວາງຂວາງ​ ແລະ ຂະ​ຫຍັນ​ຂັນ​ເຂື່ອນ ໃນ​ເວ​ລາ​ຈະ​ມາ​ເຖິງ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Mark Rutte ນາຍົກລັດຖະມົນຕີ ໂຮນລັງ (ພາບ: ເລີມຄາງ/TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ Mark Rutte ນາຍົກລັດຖະມົນຕີ ໂຮນລັງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 9 ເມສາ. ໃນຂອບເຂດການຢ້ຽມຢາມ, ທ່ານ ນາຍົກລັດຖະມົນຕີ Mark Rutte ໄດ້ເຈລະຈາກັບ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພົບປະກັບທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານນາງ ຫງວຽນທິກິມເງິນ ປະທານ ສະພາແຫ່ງຊາດ ຫວຽດນາມ. ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ໂຮນລັງ ໃນວັນທີ 9 ເມສາໄດ້ຊີ້ແຈ້ງວ່າ: ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຕົກລົງຍົກລະດັບການພົວພັນ ຫວຽດນາມ - ໂຮນລັງ ຂຶ້ນເປັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນເຮ່ວມມືປັນຢ່າງດີ, ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ຂະຫຍັນຂັນເຂື່ອນໃນທຸກໆດ້ານໃນເວລາຈະມາເຖິງ.

ສອງຝ່າຍໄດ້ເຫັນດີເສີມຂະຫຍາຍບັນດາໝາກຜົນຂອງຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງຢ່າງສຸດຂີດ ແລະ ຄ້ຳປະກັນດ້ານສະບຽງອາຫານໃຫ້ດີທີ່ສຸດ, ຜັນຂະຫຍາຍບັນດາໂຄງການຮ່ວມມື, ສືບຕໍ່ຮ່ວມມື ແລະ ແບ່ງປັນບົດຮຽນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວການລົງທຶນ ແລະ ດຳເນີນທຸລະກິດຂອງບັນດາບໍລິສັດ ແລະ ຄູ່ຮ່ວມມືສອງຝ່າຍ.

ສອງຝ່າຍໄດ້ເນັ້ນໜັກເຖິງການສະໜັບສະໜູນສຳລັບການເພີ່ມທະວີການຮ່ວມມືຫຼາຍຝ່າຍທີ່ມີປະສິດທິຜົນ, ເຄົາລົບນັບຖືກົດໝາຍສາກົນ, ຫັນການຄ້າເປັນເສລີ, ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືແກ້ໄຂບັນດາບັນຫາທົ່ວໂລກໃຫ້ຫຼາຍກ່ວາອີກ ໃນນັ້ນມີການຊຸກຍູ້ບົດບາດຂອງ ສະຫະປະຊາຊາດ ເພື່ອສັນຕິພາບ, ຄວາມໝັ້ນຄົງສາກົນ, ການພັດທະນາແບບຍືນຍົງ ແລະ  ການປະຕິບັດສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປ່ງຂອງດິນຟ້າອາກາດ.

ຫວຽດນາມ ແລະ ໂຮນລັງ ສະໜັບສະໜູນການສ້າງປະຊາຄົມ ອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ວັດທະນາຖາວອນ, ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - EU, ມຸ່ງໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດໃນອະນາຄົດ. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ ທະເລຕາເວັນອອກ ແລະ ການເຄົາລົບຄວາມເປັນລະບຽບຮຽບຮ້ອຍທາງທະເລໂດຍອີງໃສ່ກົດໝາຍສາກົນຄື ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982 (UNCLOS). ສອງຝ່າຍໄດ້ສະໜັບສະໜູນການປະຕິບັດ ຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນດາຄວາມມານະພະຍາຍາມໃນບັດຈຸບັນ ຂອງ ບັນດາປະເທດ ອາຊຽນ ແລະ ຈີນເພື່ອຮັບຮອງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ມີຜົນສັກສິດໂດຍໄວ, ເໝາະສົມກັບກົດໝາຍສາກົນໃນຂົງເຂດການເດີນເຮືອຖືກຕາມຂໍ້ກຳນົດຂອງUNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ