ນ້ຳ​ຖ້ວມ​ຢູ່ ລີ​ບີ: ປະ​ທານໄອ​ຍະ​ການລີບ​ີ ​ອອກ​ຄຳ​ສັ່ງ​ກັກ​ຕົວ​ເຈົ້າ​ໜ້າ​ທີ່ 8 ທ່ານ

(VOVWORLD) -  7 ຄົນໃນຈຳນວນນີ້ ພວມ ຫຼື ເຄີຍຮັບດຳລົງຕຳແໜ່ງກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ເຂື່ອນໄຟຟ້າ ໃນຈຳນວນຜູ້ຖືກກັກຕົວມີທ່ານ  Abdulmonem al-Ghaithi ເຈົ້າຄອງນະຄອນ Derna ເຊິ່ງເປັນຜູ້ທີ່ຖືກໄລ່ອອກຈາກຕຳແໜ່ງພາຍຫຼັງເກີດໄພພິບັດ.
ນ້ຳ​ຖ້ວມ​ຢູ່ ລີ​ບີ: ປະ​ທານໄອ​ຍະ​ການລີບ​ີ ​ອອກ​ຄຳ​ສັ່ງ​ກັກ​ຕົວ​ເຈົ້າ​ໜ້າ​ທີ່ 8 ທ່ານ - ảnh 1ສະຖານທີ່ເກີດເຫດ (ພາບ: THX/TTXVN )

ວັນທີ 25 ກັນຍາ, ທ່ານ Al-Seddik al-Sur ປະທານໄອຍະການ ລີບີ ໄດ້ອອກຄຳສັ່ງກັກຕົວ ເຈົ້າໜ້າທີ່ 8 ທ່ານ ໃນຂອບເຂດການສືບສວນກ່ຽວກັບເຫດໄພພິບັດນ້ຳຖ້ວມ ທີ່ເຮັດໃຫ້ມີຜູ້ເສຍຊີວິດນັບ ໝຶ່ນຄົນ. ບັນດາເຈົ້າໜ້າທີ່ດັ່ງກ່າວຖືກກ່າວຫາ “ຍ້ອນການຄຸ້ມຄອງທີ່ອ່ອນແອ” ແລະ ຂາດສະຕິລະວັງຕົວ, ພ້ອມກັບ ໂທດຖານຈຳນວນໜຶ່ງ. 7 ຄົນໃນຈຳນວນນີ້ ພວມ ຫຼື ເຄີຍຮັບດຳລົງຕຳແໜ່ງກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ເຂື່ອນໄຟຟ້າ ໃນຈຳນວນຜູ້ຖືກກັກຕົວມີທ່ານ  Abdulmonem al-Ghaithi ເຈົ້າຄອງນະຄອນ Derna ເຊິ່ງເປັນຜູ້ທີ່ຖືກໄລ່ອອກຈາກຕຳແໜ່ງພາຍຫຼັງເກີດໄພພິບັດ.

ພາຍຫຼັງດຳເນີນການສືບສວນ, ທ່ານ Al-Seddik al-Sur ໃຫ້ຮູ້ວ່າ ເຂື່ອນໄຟຟ້າຢູ່ຍ່ານເໜືອແຫຼ່ງນ້ຳຢູ່ Derna ຖືກ ແຕກແຫງ ແຕ່ປີ 1998. ເຖິງຢ່າງໃດກໍ່ຕາມ, ການສ້ອມແປງແຕ່ປີ 2010 ຕ້ອງຢຸດລົງພາຍຫຼັງ 2 – 3 ເດືອນ ຍ້ອນການປະທະກັນຢູ່ ລີບີ ໃນປີ 2011. ຫຼັງຈາກນັ້ນ, ການສ້ອມແບ່ງກໍ່ບໍ່ໄດ້ປະຕິບັດຕໍ່ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ