ນຳວົງເງິນການຄ້າລະຫວ່າງຫວຽດນາມ - ໄທໃຫ້ບັນລຸ 20 ຕື້ USD

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດຄວນມານະພະຍາຍາມນຳວົງການຄ້າ 2 ຝ່າຍໃຫ້ບັນລຸຄາດໝາຍ 20 ຕື້ USD/ປີ

ນຳວົງເງິນການຄ້າລະຫວ່າງຫວຽດນາມ - ໄທໃຫ້ບັນລຸ 20 ຕື້ USD - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: VGP)

ຕອນເຊົ້າວັນທີ 06 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືຢູ່ພາກພື້ນກ່ອນການດຳເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37.

        ທ່ານນາຍົກລັດຖະມົນຕີໄທ ໄດ້ແຈ້ງໃຫ້ຊາບວ່າ, ລັດຖະບານໄທ ໄດ້ໜູນຊ່ວຍຫວຽດນາມ 30.000 USD ເພື່ອປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດມານະພະຍາຍາມນຳວົງການຄ້າ 2 ຝ່າຍໃຫ້ບັນລຸຄາດໝາຍ 20 ຕື້ USD/ປີ, ພ້ອມທັງສະເໜີໃຫ້ຝ່າຍໄທ ເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ, ສົ່ງເສີມບັນດາກຸ່ມບໍລິສັດຂາຍຍ່ອຍຂອງໄທ ເພີ່ມທະວີການນຳສິນຄ້າຂອງຫວຽດນາມ ເຂົ້າໃນລະບົບແຈກຢາຍຂອງຕົນ ເພື່ອແນໃສ່ຫຼຸດຜ່ອນສະພາບນຳເຂົ້າເກີນດຸນຂອງຫວຽດນາມ ໃນການແລກປ່ຽນການຄ້າກັບໄທ.

        ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບຄວາມສຳຄັນຂອງເລື່ອງ ສືບຕໍ່ສາມັກຄີກັນ, ຮັກສາຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບທະເລຕາເວັນອອກ; ສົມທົບກັນດຳເນີນການເຈລະຈາເພື່ອບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ