ນຳ​ເສັ້ນ​ທາງ ເມ​ໂຈ ເລກ 1 (ແຕ່​ເບັ້ນ​ແທັ່ງ ຫາ ສວຍ​ຕຽນ) ເຂົ້າ​ເຄື່ອນ​ໄຫວ: ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ຕົ​ວ​ເມືອງ​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -   ພິທີປະກາດນຳເສັ້ນທາງ ເມໂຈ ເລກ 1 (ແຕ່ເບັ້ນແທັ່ງ ຫາ ສວຍຕຽນ) ເຂົ້າຮ່ວມເຄື່ອນໄຫວນັ້ນ ໄດ້ດຳເນີນໃນຕອນເຊົ້າວັນທີ 22 ທັນວາ ຢູ່ສະຖານີລົດໄຟ ເບັ້ນແທັ່ງ (ເມືອງ 1, ນະຄອນ ໂຮ່ຈີມິນ) ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນປະມານ 200 ທ່ານ.
ນຳ​ເສັ້ນ​ທາງ ເມ​ໂຈ ເລກ 1 (ແຕ່​ເບັ້ນ​ແທັ່ງ ຫາ ສວຍ​ຕຽນ) ເຂົ້າ​ເຄື່ອນ​ໄຫວ: ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ​ຕົ​ວ​ເມືອງ​ນະ​ຄອນ ໂຮ່​ຈີ​ມິນ  - ảnh 1ພິທີປະກາດນຳເສັ້ນທາງ ເມໂຈ ເລກ 1 ເຂົ້າຮ່ວມເຄື່ອນໄຫວ (ພາບ: VOV)

ເສັ້ນທາງດັ່ງກ່າວມີຄວາມຍາວ 19,6 ກິໂລແມັດ ໄປຜ່ານເມືອງ 1, ເມືອງບິ່ງແທກ, ນະຄອນ ຖູດຶກ (ຂຶ້ນກັບນະຄອນ ໂຮ່ຈີມິນ) ແລະ ນະຄອນ ຢີ໊ອານ (ແຂວງ ບິ່ງເຢືອງ), ໃນນັ້ນ ມີທາງອຸໂມງໃຕ້ດິນ 2,6 ກິໂລແມັດ ແລະ ສະພານລອຍ ຍາວກວ່າ 17,1 ກິໂລແມັດ.

        ກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍຊວັນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຖືວ່າ ນີ້ແມ່ນຂີດໝາຍສຳຄັນໃນການພັດທະນາຄົມມະນາຄົມສາທາລະນະຂອງນະຄອນ ໂຮ່ຈີມິນ. ເສັ້ນທາງ ເມໂຈ ເລກ 1 ບໍ່ພຽງແຕ່ແມ່ນກິດຈະກຳທີ່ທັນສະໄໝເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງການບືນຕົວຂຶ້ນ ແລະ ຄວາມຄາດຫວັງຂອງນະຄອນ. ກິດຈະກຳດັ່ງກ່າວສ້າງຂີດໝາຍສຳຄັນໃນການຫັນລະບົບຄົມມະນາຄົມສາທາລະນະ, ຫຼຸດຜ່ອນຄວາມກົດດັນທາງຄົມມະນາຄົມ ແລະ ມົນລະພິດສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ