ນຳ​ໃຊ້​ລັກ​ສະ​ນະ​ພິ​ເສດ“ແຈ້ງ​ອາ​ການ​ສຸ​ຂະ​ພາບ” ເຂົ້າໃນ​ໂປ​ແກຼມ “ການ​ທ່ອ​ງ​ທ່ຽວ​ ຫວຽດ​ນາມ ຢ່າງ​ປອດ​ໄພ”

(VOVWORLD) -ຂໍ້ມູນທີ່ໄດ້ແຈ້ງ ຈະເຊື່ອມຕໍໂດຍກົງກັບລະບົບຄຸ້ມຄອງການແຈ້ງອາການສຸຂະພາບ ຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ນຳ​ໃຊ້​ລັກ​ສະ​ນະ​ພິ​ເສດ“ແຈ້ງ​ອາ​ການ​ສຸ​ຂະ​ພາບ” ເຂົ້າໃນ​ໂປ​ແກຼມ “ການ​ທ່ອ​ງ​ທ່ຽວ​ ຫວຽດ​ນາມ ຢ່າງ​ປອດ​ໄພ” - ảnh 1“ໂປແກຼມ ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ໄດ້ນຳໃຊ້ລັກສະນະພິເສດ “ແຈ້ງອາການສຸຂະພາບ”

ວັນທີ 29 ສິງຫາ ກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ “ໂປແກຼມ ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ໄດ້ນຳໃຊ້ລັກສະນະພິເສດ “ແຈ້ງອາການສຸຂະພາບ” ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

ຂໍ້ມູນທີ່ໄດ້ແຈ້ງ ຈະເຊື່ອມຕໍໂດຍກົງກັບລະບົບຄຸ້ມຄອງການແຈ້ງອາການສຸຂະພາບ ຂອງ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ນີ້ແມ່ນລັກສະນະທີ່ແທດຈິງ, ສ້າງຄວາມສະດວກໃຫ້ແກ່ຜູ້ນຳໃຊ້ ໂປແກຼມ “ການທ່ອງທ່ຽວ ຫວຽດນາມ ຢ່າງປອດໄພ” ອາດຈະແຈ້ງອາການສຸຂະພາບ ຕາມຂໍ້ກຳນົດ ເຊິ່ງບໍ່ຕ້ອງນຳໃຊ້ໂປແກຼມອື່ນໆ.

ການແຈ້ງອາການສຸຂະພາບຢ່າງເປັນປະຈຳ ຈະປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ