ບຸກ​ທະ​ລຸ​ເພື່ອ​ນຳ​ໜ້າ​ໃນ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໃໝ່

(VOVWORLD) - ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ....
ບຸກ​ທະ​ລຸ​ເພື່ອ​ນຳ​ໜ້າ​ໃນ​ສະ​ພາບ​ການ​ເປັນ​ປົກ​ກະ​ຕິ​ໃໝ່ - ảnh 1(ເຊັນຂໍ້ຕົກລົງການຮ່ວມມືລະຫວ່າງ VBCWE ແລະ VBCSD)

    ນັ້ນແມ່ນຫົວເລື່ອງຂອງກອງປະຊຸມສຳມະນາ ໂດຍເຄືອຂ່າຍວິສາຫະກິດຫວຽດນາມ ໜູນຊ່ວຍພັດທະນາສິດຂອງແມ່ຍິງ (VBCWE)  ສົມທົບກັບສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງຫວຽດນາມ (VBCSD)  ສັງກັດຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ(VCCI)  ຈັດຕັ້ງຂຶ້ນເມື່ອ ຕອນເຊົ້າວັນທີ 15 ມີນາ, ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ບັນດາຫົວໜ່ວຍຕາງໜ້າໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ, ພ້ອມກັນປຶກສາຫາລືບັນດາມາດຕະການພັດທະນາແບບຍືນຍົງໃນໄລຍະຜັນແປ ຈາກແງ່ມູມຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ບ່ອນເຮັດວຽກ.

ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້ໄດ້ພ້ອມກັນປຶກສາຫາລືບັນດາປັດໄຈຊ່ວຍວິສາຫະກິດ ບໍລິຫານວິສາຫະກິດໃຫ້ມີປະສິດທິຜົນ ແລະ ຍືນຍົງໃນສະພາບການເປັນປົກກະຕິໃໝ່, ພິເສດແມ່ນບົດບາດຂອງການຊຸກຍູ້ ບັນດາຄຸນຄ່າສະເໝີພາບ, ຫຼາຍຮູບຫຼາຍແບບໃນສະພາບການເຮັດວຽກ ແລະ ເພີ່ມບົດບາດຂອງແມ່ຍິງໃນກົງຈັກການນຳ.

ໃນຂອບເຂດກອງປະຊຸມສຳມະນາ ໄດ້ດຳເນີນການເຊັນຂໍ້ຕົກລົງການຮ່ວມມືລະຫວ່າງເຄືອຂ່າຍວິສາຫະກິດຫວຽດນາມ ໜູນຊ່ວຍພັດທະນາສິດຂອງແມ່ຍິງ (VBCWE)  ແລະ ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງຫວຽດນາມ (VBCSD) ໂດຍໄດ້ຢືນຢັນຄຳໝັ້ນສັນຍາຈະຮ່ວມເດີນທາງ ແລະ ພັດທະນາການພົວພັນຄູ່ຮ່ວມມືລະຫວ່າງສອງອົງການ ເພື່ອເປົ້າໝາຍຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມສິດດ້ານເສດຖະກິດໃຫ້ແກ່ແມ່ຍິງໃນປະຊາຄົມວິສາຫະກິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ