ບິ່ງເຢືອງຕ້ອງທະວີຄຸນຮູບແບບເຮືອນຢູ່ສັງຄົມ “100 ລ້ານ”

ບິ່ງເຢືອງຕ້ອງທະວີຄຸນຮູບແບບເຮືອນຢູ່ສັງຄົມ “100 ລ້ານ” - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ບິ່ງ​ເຢືອງ 20 ປີ​ແຫ່ງ​ການ​ພັດ​ທະ​ນາ)

(vovworld) - ​ຕອນ​ຄ່ຳ​ວັນ​ທີ 01/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ບິ່ງ​ເຢືອງແຂວງ 20 ປີ​ແຫ່ງ​ການ​ພັດ​ທະ​ນາ (1977 - 2017). ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ເປັນ​ຂີດ​ໝາຍ​ໃນ​ການ​ເຕີບ​ໂຕ ແລະ ພັດ​ທະ​ນາ​ກະ​ໂດດ​ຂັ້ນຂອງ​ບິ່ງ​ເຢືອງ. ກ້າວ​ເຂົ້າ​ສູ່​ໄລ​ຍ​ະ​ພັດ​ທະ​ນາ​ໃໝ່, ແຂວ​ງ​ບິ່ງ​ເຢືອງ ຕ້ອງ​ເປັນ​ແຂ​ວງ​ນຳ​ໜ້າ​ໃນ​ການ​ປະ​ຕິ​ບັດ​ການ​ຊີ້​ນຳ​ລວ​ມ​ຂອງ​ລັດ​ຖະ​ບານ ດ້ວຍ​ຫົວ​ຂໍ້​ປີ 2017 ແມ່ນ “ເພີ່ມ​ທະ​ວີ​ກົດ​ລະ​ບຽບ, ຍົກ​ສ​ູງ​ໜ້າ​ທີ່​ຮັບ​ຜິດ​ຊອບ, ແຂ່ງ​ຂັນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ”. ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່ນັ້ນ, ບິ່ງ​ເຢືອງ ຕ້ອງ​ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍໃຫ້​ສຳ​ເລັດ​ລື່ນ​ກາຍ​, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2017 ແລະ ໃນ​ຊຸ​ມ​ປີ​ຕໍ່ໆ​ໄປ, ເພື່ອ​ຮອດ​ປີ 2020 ບິ່ງ​ເຢືອງ​ໄດ້​ກາຍ​ເປັນ​ນະ​ຄອນ​ຂ​ຶ້ນ​ກັບ​ສູນ​ກາງ.

        “ນັ້ນ​ແມ່ນ​ພັດ​ທະ​ນາ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ນຳ​ໜ້າ, ປ່ຽນ​ໃໝ່, ອ​ີງ​ໃສ່​ພື້ນ​ຖານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ການ​ແຜ່​ລາມ, ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ໃຫ້​ການ​ແກ່ງ​ແຍ້ງ​ທີ່​ປອດ​ໄສ ພ້ອມ​ກັນ​ກ້າວ​​ໜ້າ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ກໍ​ຄື​ໃນ​ທົ່​ວ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ​ແຂວງ​ບິ່ງ​ເຢືອ​ງ. ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ກຳ​ລັງ​ໜູ​ນ​ນຳ​ພາ​ເສດ​ຖະ​ກິດ​ທົ່ວ​ເຂດ​ຢ່າງ​ບໍ່​ຢຸດຢັ້ງ, ຊຸກ​ຍູ້​ເຂດພາກ​ຕາ​ເວັນ​ອອກ​ທິດ​ໃຕ້ ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມໃນ​ການ​ເຊື່ອມ​ໂຍງ​ເຂົ້າ​​ກັບເຄືອ​ຂ່າຍ​ຜະ​ລິ​ດ​ທົ່ວ​ໂລກ, ພ້ອມ​ທັງ​ມຸ່ງ​ໄປ​​ສູ່​ບັນ​ດາ​ທີ່​ຕັ້ງ​ສູງກວ່າ​ໃນ​ລະ​ບົບ​ມູນ​ຄ່າ​ສາ​ກົນ.”

ຂ່າວ/ບົດ​ອື່ນ