ບົດບາດຂອງນັກຮຽນ, ນັກສຶກສາ ແລະ ນັກປັນຍາຊົນໜຸ່ມ ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ

(VOVWORLD) - ໃນ ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968, ນັກຮຽນ, ນັກສຶກສາ ແລະ ນັກປັນຍາຊົນໜຸ່ມ ພາກໃຕ້ເວົ້າລວມ ແລະ ໄວໜຸ່ມ ໄຊງ່ອນ - ຢາດິ້ງ ເວົ້າສະເພາະແມ່ນມີບົດບາດສຳຄັນໃນຫຼາຍດ້ານ
ບົດບາດຂອງນັກຮຽນ, ນັກສຶກສາ ແລະ ນັກປັນຍາຊົນໜຸ່ມ ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ  - ảnh 1 ການພົບປະບັນດາຕົວພະຍານຫຼັກຖານທີ່ລາຍການ

ວັນທີ 29 ມັງກອນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ສົມທົບກັບບັນດາຫົວໜ່ວຍຈັດຕັ້ງການໂອ້ລົມສົນທະນາ “ບົດບາດຂອງນັກຮຽນ, ນັກສຶກສາ ແລະ ນັກປັນຍາຊົນໜຸ່ມ ພາກໃຕ້ ຫວຽດນາມ ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968” ດ້ວຍການເຂົ້າຮ່ວມຂອງບັນດາຜູ້ທີ່ເປັນຕົວພະຍານຫຼັກຖານປະຫວັດສາດພ້ອມກັບນັກຮຽນ, ນັກສຶກສາ, ຊາວໜຸ່ມນະຄອນເປັນຈຳນວນຫຼວງຫຼາຍ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນລ້ວນແຕ່ຢືນຢັນວ່າ: ໃນ ການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968, ນັກຮຽນ, ນັກສຶກສາ ແລະ ນັກປັນຍາຊົນໜຸ່ມ ພາກໃຕ້ເວົ້າລວມ ແລະ ໄວໜຸ່ມ ໄຊງ່ອນ - ຢາດິ້ງ ເວົ້າສະເພາະແມ່ນມີບົດບາດສຳຄັນໃນຫຼາຍດ້ານ, ເຂົ້າຮ່ວມຢ່າງຕັ້ງໜ້າໃນວຽກງານກະກຽມ ແລະ ຕໍ່ສູ້ໂດຍກົງໃນຊຸມວັນປະຫວັດສາດນັ້ນ. ນີ້ແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງໃນບັນດາຂະບວນການຕໍ່ສູ້, ພິເສດແມ່ນການຕໍ່ສູ້ຢູ່ເຂດຕົວເມືອງດ້ວຍຫຼາຍຮູບແບບ . ກໍ່ທີ່ການໂອ້ລົມສົນທະນານີ້, ບັນດາຜູ້ແທນໄດ້ຮັບຟັງເລື່ອງລາວ, ບົດຮຽນຈາກບັນດາຜູ້ທີ່ເປັນຕົວພະຍານຫຼັກຖານກ່ຽວກັບການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968.

ຕອບກັບ

ຂ່າວ/ບົດ​ອື່ນ