ບົດບາດທີ່ຂາດບໍ່ໄດ້ຂອງ WTO ໃນລະບົບການຄ້າທົ່ວໂລກ

(VOVWORLD) - ໃນລະຫວ່າງວັນທີ 24 – 25 ຕຸລາ, ຢູ່ Ottawa, ການາດາ ໄດ້ດຳເນີນກອງປະຊຸມລັດຖະມົນຕີກ່ຽວກັບການປະຕິຮູບອົງການການຄ້າໂລກ (WTO) 
ບົດບາດທີ່ຂາດບໍ່ໄດ້ຂອງ WTO ໃນລະບົບການຄ້າທົ່ວໂລກ - ảnh 1 ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: globalnews.ca)

ດ້ວຍເປົ້າໝາຍກຳນົດໂຄງການດຳເນີນງານລະອຽດ ເພື່ອແນໃສ່ປັບປຸງ ແລະ ສ້າງອົງການລວມມີ 164 ສະມາຊິກນີ້ໃນອະນາຄົດໃຫ້ສົມບູນກ່ວາ. ກອງປະຊຸມໄດ້ປຶກສາຫາລື 3 ຫົວຂໍ້ຕົ້ນຕໍ: ໂຄງການດຳເນີນງານໃນສະເພາະໜ້າ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນຂອງ WTO; ປ້ອງກັນ ແລະ ປັບປຸງລະບົບແກ້ໄຂການຂັດແຍ້ງກັນ;  ແລະ ປ່ຽນແປງໃໝ່ພາລະບົດບາດການເຈລະຈາຂອງ WTO.

       ກອງປະຊຸມໄດ້ເຕົ້າໂຮມການເຂົ້າຮ່ວມຂອງວົງການເຈົ້າໜ້າທີ່ 13 ພື້ນຖານເສດຖະກິດລວມມີ: ການາດາ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ບຣາຊົນ, ຈີເລ, ເມັກຊີໂກ, ເຄັນຢາ, ນອກແວ, ຊູແອັດ ແລະ ສະຫະພາບ ເອີຣົບ (ອີຢູ).

       ກອງປະຊຸມໄດ້ຍົກອອກຖະແຫຼງການສະໜັບສະໜູນລະບົບການຄ້າຫລາຍຝ່າຍ ໂດຍອີງໃສ່ລະບຽບຫຼັກການຢ່າງແຮງ ແລະ ເນັ້ນໜັກເຖິງບົດບາດທີ່ຂາດບໍ່ໄດ້ຂອງ WTO ໃນການສ້າງຄວາມສະດວກ ແລະ ປົກປ້ອງການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ