ບົດບາດທີ່ຕັ້ງຂອງຫວຽດ ນາມຈະໄດ້ຮັບການ ຍົກສູງຂຶ້ນເມື່ອເຂົ້າຮ່ວມ TPP


 ບົດບາດທີ່ຕັ້ງຂອງຫວຽດ ນາມຈະໄດ້ຮັບການ ຍົກສູງຂຶ້ນເມື່ອເຂົ້າຮ່ວມ TPP - ảnh 1

ຜູ້ຕາງໜ້າ 12 ປະ​ເທດ​ເຂົ້າຮ່ວມ​ການ​ເຈລະຈາ TPP ຢູ່​ສິງກະ​ໂປ​ໃນ​ວັນ​ທີ 7/12

(ພາບ: AFP)

(vovworld)-  ບົດບາດ​ທີ່​ຕັ້ງຂອງຫວຽດນາມ ຈະ​ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ເມື່ອ​ເຂົ້າຮ່ວມ TPP. ທ່າ​ນຫວູ້ຮຸຍ​ຮ່ວາງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ຢືນຢັນ​ຄຶ​ດັ່ງ​ກ່າວ​ໃນ​ລາຍການ ປຊຊ ຖາມລັດຖະມົນຕີ​ຕອບຫວ່າງ​ແລ້ວ​ນີ້. ທ່ານ​ລັດຖະມົນຕີ​ຫວູ້ຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຫວຽດນາມ ດຳ​ເນີນ​ການ​ເຈລະຈາ​ກັບ 12 ປະ​ເທດ​ເຂົ້າຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປາຊີ​ຝິກ (TPP) ​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນ​ເພື່ອ​ແນ​ໃສ່​ປະຕິບັດ​ແຜນ​ນະ​ໂຍບາຍ​ເຊື່ອມ​​ໂຍງ​ເຂົ້າກັບ​ໂລກ​ຂອງ ຫວຽດນາມ. ​ TPP ແມ່ນສັນຍາ​ໄດ້​ຮັບ​ການ​ມຸ່ງ​ຫວັງ​ຈະມີ​ຄຸນ​ນະພາ​ບສູງ. ທ່ານ​ລັດຖະມົນຕີ​ຫວູ້ຮຸຍ​ຮ່ວາງ ​ເນັ້ນໜັກ​ວ່າ:

   “ຖ້າ​ຫາກ​ວ່າ​ຫວຽດນາມ ​ດຳ​ເນີນ​ການ​ເຈລະຈາ ​ແລະ ​​ເຊັນສັນຍາ​ສະບັບ​ນີ້​ໄດ້, ​ໃນ​ດ້ານ​ເສດຖະກິດ, ຈະ​ປະກອບສ່ວນ​ຊຸກຍູ້​ລະດັບ​ເຕີບ​ໂຕ​​ໃນ​ການສົ່ງ​ອອກ, ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ​ໃນ​ດ້ານ​ການ​ເມືອງ, ​ເມື່ອ​ເຂົ້າຮ່ວມ TPP ຈະປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ“.

  ຮອບ​ເຈ​ລະຈາ​ທີ່​ມີ​ລັກສະນະ​ຕັດສິນ​ລະຫວ່າງ​ຫວຽດນາມ ​ແລະ 12 ປະ​ເທດ​ເຂົ້າຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປາຊີ​ຝິກ (TPP) ອັດ​ລົງ​ໃນ​ວັນ​ທີ 10/12 ຢູ່​ສິງກະ​ໂປ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ກອງ​ປະຊຸມ​ຄັ້ງນີ້​ມີ​ຄວາມ​ສຳຄັນ​ທີ່​ສຸດ ຍ້ອນ​ວ່າ, ນີ້​ແມ່ນ​ໂອກາດ​ສຸດ​ທ້າຍ​​ເພື່ອ​ໃຫ້​ລັດຖະມົນຕີ​ປະ​ເທດ​ຕ່າງໆ​ເຂົ້າຮ່ວມ TPP ພິຈາລະ ນາ ​ແລະ ຍົກ​ອອກ​ຄຳ​ຕັດສິນ​ຈະ​ສິ້ນ​ສຸດ​ການ​ເຈລະຈາ​ຫຼື​ບໍ່ ​ເພື່ອ​ປະຕິບັດ​ຈຸດໝາຍ​ຊື່​ງບັນດາ​ການ​ນຳ​ໃນ​ພາກ​ພື້ນ​ວາງ​ອອກ​ສຳ​ເລັດ, ນັ້ນ​ແມ່ນ​ເຊັນ​ສັນຍາ​ໃນ​ທ້າຍ​ປີ 2013./.

ຂ່າວ/ບົດ​ອື່ນ