ບົດບາດແລະການປະກອບສ່ວນຂອງບັນດາອົງການຈັດຕັ້ງສັງຄົມໃນການພັດທະນາເສດຖະກິດສັງຄົມ

(VOVWORLD) -ບົດບາດແລະການປະກອບສ່ວນຂອງບັນດາອົງການຈັດຕັ້ງສັງຄົມໃນການພັດທະນາເສດຖະກິດສັງຄົມ. ນັ້ນແມ່ນຫົວຂໍ້ການໂອ້ລົມສົນທະນາລະຫວ່າງ ສະມາຊິກສະພາແຫ່ງຊາດ ສະເພາະກິດ, ຕາງຫນ້າໃຫ້ບັນດາອົງການຈັດຕັ້ງສັງຄົມ ແລະ ບັນດາຜູ້ຊ່ຽວຊານ ໂດຍຫນັງສືພິມຜູ້ແທນປະຊາຊົນຈັດຕັ້ງ ໃນວັນທີ 15 ກັນຍາ ຢູ່ ຮ່າໂນ້ຍ.

ປອ ຟ້າມວັນເຕີນ, ຮອງປະທານ ທັງເປັນເລຂານຸການໃຫຍ່ ສະຫະພັນບັນດາສະມາຄົມ ວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໃຫ້ຮູ້ວ່າ: ບົດບາດຂອງ ບັນດາອົງການຈັດຕັ້ງສັງຄົມໄດ້ສະແດງໃຫ້ເຫັນຜ່ານຫລາຍແງ່ມູມ. ປອ ຟ້າມວັນເຕີນຊີ້ແຈ້ງວ່າ ເພື່ອໃຫ້ບັນດາອົງການຈັດຕັ້ງນີ້ປະກອບສ່ວນດີກວ່າອີກ ຄວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສິ່ງສຳຄັນແມ່ນຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງບັນດາອົງການໃນກົງຈັກລັດໃນການປະກາດໃຊ້ນະໂຍບາຍ, ແຜນນະໂຍບາຍ ກົດໝາຍ ເພື່ອເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ