ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ

(VOVWORLD) -ແມ່ຍິງ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງແຮງ, ຄວາມອົດທົນ, ກໍ່ຄືຄວາມຄາດຫວັງເລີ່ມຕົ້ນທຸລະກິດຢ່າງແຮງ
ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ - ảnh 1(ພາບປະກອບ: nld.com.vn)

ບົດລາຍງານດັດຊະນີນັກທຸລະກິດຍິງຂອງ Mastercard (MIWE) ຄັ້ງທີ 5 ທີ່ໄດ້ປະກາດຫວ່າງມໍ່ໆມານີ້ ໄດ້ຕີລາຄາການພັດທະນາໃນສະພາບເລີ່ມຕົ້ນທຸລະກິດທົ່ວໂລກຂອງແມ່ຍິງ ທີ່ມາຈາກ 65 ພື້ນຖານເສດຖະກິດ ແລະ 82,4% ກຳລັງຜູ້ອອກແຮງງານຍິງໃນທົ່ວໂລກໃນຮອບເວລາ 2 ປີມານີ້.

ບົດລາຍງານ MIWE 2021 ໃຫ້ຮູ້ວ່າ, ທ່າອ່ຽງກະຕຸ້ນການເລີ່ມຕົ້ນທຸລະກິດທີ່ສະຫງວນໃຫ້ແກ່ແມ່ຍິງມາຈາກບັນດາພື້ນຖານເສດຖະກິດຂຶ້ນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄື: ໄທ, ອິນໂດເນເຊຍ, ຫວຽດນາມ ແລະ ຟີລິບປິນ. ເມື່ອຕີລາຄາກ່ຽວກັບ ຫວຽດນາມ, ທ່ານນາງ Winnie Wong, ຫົວໜ້າແຫ່ງຊາດຂອງ Mastercard ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ, ຖືວ່າ ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບທີ່ບໍ່ດີເຖິງຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຂອງແມ່ຍິງ, ແຕ່ແມ່ຍິງ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງແຮງ, ຄວາມອົດທົນ, ກໍ່ຄືຄວາມຄາດຫວັງເລີ່ມຕົ້ນທຸລະກິດຢ່າງແຮງ, ພ້ອມກັນນັ້ນຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີອັດຕາແມ່ຍິງເຂົ້າຮ່ວມກຳລັງແຮງງານສູງທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ