ບົດລາຍງານກ່ຽວກັບສະພາບການປະຊາກອນໂລກປີ 2012

ບົດລາຍງານກ່ຽວກັບສະພາບການປະຊາກອນໂລກປີ 2012 - ảnh 1
ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຊາກອນ​ໂລກ​ປີ 2012
(ພາບ: google.com.vn)

(vovworld) - ຕອນບ່າຍ​ວັນ​ທີ 15/11, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ (UNFPA) ຢູ່​ຫວຽດນາມ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຊາກອນ​ໂລກ​ປີ 2012. ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ໃນ​ການຈັດ​ບັນຫາ​ວາງ​ແຜນ​ຄອບຄົວ​ເຂົ້າ​ໃນ​ການ​ບໍລິການ​ສາທາລະນະ​ສຸກ​ທົ່ວ​​ໄປ. ​ເພື່ອ​ເຮັດ​ໃຫ້​ຫວຽດນາມ​ຍົກ​ສູງ​ວຽກ​ງານ​ປະຊາກອນ - ວາງ​ແຜນ​ຄອບຄົວ​ກວ່າ​ອີກ. ທ່ານ​ນາງ Mandeep K.OBien, ຜູ້​ວ່າການ​ຫົວ​ໜ້າ​ຜູ້​ຕາງ​ໜ້າກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ (UNFPA) ຢູ່​ຫວຽດນາມ​, ຖື​ວ່າ:

        ”ລັດຖະບານ​ຫວຽດນາມ​ໄດ້​ມີ​ບັນດາ​ນະ​ໂຍບາຍ, ກໍ່​ຄື​ຍຸດ​ທະ​ສາດ​ກ່ຽວ​ກັບ​ສຸຂະພາບ​ຈະ​ເລີ​ນພັນ. ພວກ​ຂ້າພະ​ເຈົ້າ​ສະ​ເໜີ​​ລັດຖະບານ​ຫວຽດນາມ​ຈົ່ງປະຕິບັດບັນດາ​ຍຸດ​ທະ​ສາດ​ນີ້​ໃຫ້​ດີ, ພິ​ເສດ​ແມ່ນ​ຢູ່​ຂັ້ນ​ທ້ອງ​ຖີ່​ນ. ພວກ​ເຮົາ​ກໍ່​ໜູນ​ຊ່ວຍ​ທາງ​ດ້ານ​ເສດຖະກິດ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການວາງ​ແຜນ​ຄອບຄົວ, ພິ​ເສດ​ແມ່ນ​ກຸ່ມ​ມີ​ປົມດ້ອຍ. ນອກ​ນັ້ນ​ຄວນ​ຍົກ​ສູງ​ລະບົບ​ສາທາລະນະ​ສຸກ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສາທາລະນະ​ສຸກ, ຄຸ້ມ​ຄອງ​ຄຸນ​ນະພາ​ບ ​ເພື່ອ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ສຳພັດ​ກັບ​ການ​ບໍລິການ​ວາງ​ແຜນ​ຄອບຄົວ”.

ຂ່າວ/ບົດ​ອື່ນ