ບົດລາຍງານປະຈຳປີ ຂອງວິສາຫະກິດ ຫວຽດນາມ ປີ 2012.

ບົດລາຍງານປະຈຳປີ    ຂອງວິສາຫະກິດ    ຫວຽດນາມ ປີ 2012. - ảnh 1
ພິທີປະກາດບົດລາຍງານປະຈຳປີວິສາຫະກິດຫວຽດນາມປີ 2011
ພາບ:vietnamplus.vn

(vovworld) - ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດ​ຕັ້ງ​ການ​ປະກາດບົດ​ລາຍ​ງານ​ປະຈຳ​ປີ​ວິ​ສາ​ຫະກິດ ຫວຽດນາມ  2011. ບົດ​ລາຍ​ງານ​ໄດ້​​​ໄຈ້​ແຍກກຳລັງ​ຄວາມ​ສາມາດ​ວິ​ສາ​ຫະກິດ​ຫວຽດນາມ​ໃນ 4 ຂົງ​ເຂດ: ​ແຮງ​ງານ, ການ​ເງິນ, ປ່ຽນ​​ໃຫມ່ ​ແລະ​ສຳ​ພັດ​ກັບ​ຕະຫລາດ ພ້​ອມທັງ​​ໄຈ້​ແຍກສະພາບ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຕາມ​ຫົວ​ຂໍ້​ທີ່​ໄດ້​ເລືອກ​ເຟັ້ນ​ໃນ​ແຕ່ລະ​ປີ. ທ່ານ​ນາງ ຟ້າ​ມທິທູ​ຮັ່ງ, ​ເລຂາທິການ​ໃຫຍ່ VCCI ​ໃຫ້​ຮູ້​ວ່າ: ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ວິ​ສາ​ຫະກິດ ຫວຽດນາມ 2011 ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວມ​ສຳພັນດຳ​ເນີນ​ທຸລະ​ກິດ” ບໍ່​ພຽງ​ແຕ່​ຍົກ​ອອກ​ບັນດາ​ຄວາມ​ຫຍຸ້ງຍາກ​ຊຶ່ງ​ວິ​ສາ​ຫະກິດ​ຫວຽດນາມ​ປະສົບ​ໃນ​ປີ 2011​ເທົ່າ​ນັ້ນ ຫາກ​ຍັງ​ຍົກ​ອອກ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ຫວຽດນາມ​ໃນ​ປີ 2012. ​ໃນ​ສະພາບ​ການ​ຫຍຸ້ງຍາກ​ປະ​ຈຸ​ບັນ, VCCI ສະ​ເຫ​ນີ​ໃຫ້​ລັດຖະບານ​ຄວນ​ມີ​ບັນດາ​ມາ​ດຕະການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ສະພາບ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ