ບັນຍາກາດເລີ່ມທຸລະກິດໃນເດືອນ 01/2017

ບັນຍາກາດເລີ່ມທຸລະກິດໃນເດືອນ 01/2017 - ảnh 1
(ພາບປະກອບ)

(vovworld) – ​ ​ທົ່ວ​ປະ​ເທດ​ມີ​ວິ​ສາ​ຫະກິດ​ຈົດ​ລະ​ບຽນ​ສ້າງ​ຕັ້ງ​ໃໝ່​​ແມ່ນເກືອບ 9000 ​ແຫ່ງ, ​ເພີ່ມ​ຂື້ນ 8,1% ກ່ຽວ​ກັບ​ຈຳນວນ​ວິ​ສາ​ຫະກິດ ​ແລະ ​ເພີ່ມ​ຂຶ້ນ 52,3% ກ່ຽວ​ກັບ​ທຶນ ​ເມື່ອ​ທຽບ​ໃສ່ໄລຍະ​ດຽວ​ກັນຂອງປີ 2016. ບັນດາ​ວິ​ສາ​ຫະກິດ​ສ້າງຕັ້ງ​ໃໝ່ ຄາດ​ວ່າ​ຈະ​ສ້າງ​ວຽກ​​ເຮັດ​ງານ​ທຳ​ ​ຕື່ມ​ອີກ​​ໃຫ້​ສັງຄົມກ່ວາ 100.000 ວຽກ​ງານ. ໜ້າເອົາ​ໃຈ​ໃສ່​ແມ່ນ ຈຳນວນ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຄືນ​ໃໝ່​ໃນ​ເດືອນ 1 ກໍ່​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ​ໄລຍະ​ດຽວ​ກັນຂອງ​ປີ 2016. ບັນດາ​ຂະ​ແໜງ​ດຶງ​ດູດ​​ເງິນ​ລົງທຶນ​ຈາກ​ສັງຄົມ​ແມ່ນຂະ​​ແໜງ​ລະ​ຫຼີ້ນບັນ​ເທີ​ງ, ສາທາລະນະ​ສຸກ ​ແລະ ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ