ບັນດາ​ກຸ່ມ​ມາດ​ຕະການ​ແກ້​ໄຂ​ຂອງລັດຖະບານ ຈະ​ຊ່ວຍ​ຮັບປະກັນ​ບັນລຸ​ເປົ້າໝາຍການ​ເຕີບ​ໂຕ

(VOVWORLD) -        ດ້ວຍຄວາມຂ້ຽວຂາດ ແລະ ຄວາມໃກ້ຊິດຕິດແທດຂອງລັດຖະບານໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ພ້ອມກັບບັນດາມາດຕະການປະຕິບັດ “ເປົ້າໝາຍຄວບຄູ່” ນັ້ນແມ່ນ ຟື້ນຟູພື້ນຖານເສດຖະກິດ ແລະ ພັດທະນາເສດຖະກິດສັງຄົມໃນຊຸມເດືອນທ້າຍປີ ຈະປະກອບສ່ວນບັນລຸໄດ້ບັນດາໝາກຜົນຕັ້ງໜ້າ ກ່ຽວກັບລະດັບເຕີບໂຕ ແລະ ຟື້ນຟູການພັດທະນາເສດຖະກິດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ນີ້.
ບັນດາ​ກຸ່ມ​ມາດ​ຕະການ​ແກ້​ໄຂ​ຂອງລັດຖະບານ ຈະ​ຊ່ວຍ​ຮັບປະກັນ​ບັນລຸ​ເປົ້າໝາຍການ​ເຕີບ​ໂຕ - ảnh 1 (ພາບປະກອບ: hanoimoi.com.vn)

ນີ້ແມ່ນຂໍ້ສັງເກດຂອງບັນດາສະມາຊິກສະພາແຫ່ງຊາດ ຊຶ່ງໄດ້ແບ່ງປັນຢູ່ນອກກອງປະຊຸມສະໄໝສາມັນເທື່ອທີ 9 ພາຍຫຼັງການປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ທີ່ໄດ້ແກ່ຍາວເປັນເວລາ 2 ວັນ. ທ່ານ ຫງວຽນດຶກກຽນ, ສະມາຊິກສະພາແຫ່ງຊາດ ແຂວງ ຊອັກຈັງ, ຫົວໜ້າໜ່ວຍງານໃຫ້ຄໍາປຶກສາດ້ານເສດຖະກິດຂອງ ນາຍົກລັດຖະມົນຕີ ຖືວ່າ:

        “ດ້ວຍຍຸດທະສາດຟື້ນຟູພື້ນຖານເສດຖະກິດ ຕາມ 2 ບາດກ້າວຂອງ ລັດຖະບານ, ໃນນັ້ນ, ໃນເບື້ອງຕົ້ນ ພວກເຮົາຈະປະຕິບັດບາດກ້າວທີ 1ໃຫ້ເປັນຢ່າງດີ ນັ້ນແມ່ນ ຄວບຄຸມໂລກລະບາດໂຄວິດ - 19, ບໍ່ປະໃຫ້ແຜ່ລະບາດໃນຊຸມຊົນ. ພວກເຮົາຈະປັບປຸງພື້ນຖານເສດຖະກິດ ເພື່ອເຂົ້າຮ່ວມລະບົບມູນຄ່າໃໝ່ໃນ ໄຕມາດທີ 4/2020 ແລະ ຊຸມເດືອນຕົ້ນປີ 2021. ຫວັງວ່າ ໃນປີ 2021, ເມື່ອເສດຖະກິດໂລກ ໄດ້ຮັບການຟື້ນຟູນັ້ນ ພື້ນຖານເສດຖະກິດຂອງຫວຽດນາມ ກໍຈະໄດ້ຮັບການຟື້ນຟູຕ່ືມອີກ”.

        ສ່ວນທ່ານ ບຸ່ຍແທັງຕຸງ, ສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ຖືວ່າ:

        “ຜ່ານການປຶກສາຫາລືຢູ່ທີ່ວາລະປະຊຸມຕ່າງໆຂອງສະພາແຫ່ງຊາດ ກໍຄືຜ່ານການເຮັດວຽກຄັ້ງຕ່າງໆຂອງນາຍົກລັດຖະມົນຕີ  ແລະ ຮອງນາຍົກລັດຖະມົນຕີ ຢູ່ທ້ອງຖິ່ນຕ່າງໆ, ພວກຂ້າພະເຈົ້າ ກໍເຫັນໄດ້ຄວາມຕັດສິນໃຈສູງຂອງບັນດາທ້ອງຖິ່ນໃນການບໍ່ຫຼຸດຄາດໝາຍການເຕີບໂຕໃນປີນີ້. ປີນີ້ ພວກເຮົາຈະສືບຕໍ່ຮັກສາທ່າເຕີບໂຕ ແລະ ຮັກສາອັດຕາການເຕີບໂຕເສດຖະກິດ ບໍ່ພຽງແຕ່ບັນລຸຜົນບວນເທົ່ານັ້ນ ຫາກຍັງອາດຈະລື່ນກາຍລະດັບ ເຊິ່ງບັນດາອົງການຈັດຕັ້ງສາກົນ ຕີລາຄາ ແມ່ນແຕ່ 2,7 2,8%. ປັດຈຸບັນ, ພວກເຮົາມີຄວາມຕັດສິນໃຈໃຫ້ບັນລຸລະດັບສູງກວ່າ ແມ່ນ ກວ່າ 4%”. 

ຕອບກັບ

ຂ່າວ/ບົດ​ອື່ນ