ບັນດາການປະທະກັນຢູ່ ລີບີ ເຮັດໃຫ້ຫຼາຍຄົນເສຍຊີວິດ

(VOVWORLD) -2 ຝ່າຍໄດ້ຍິງປືນ ແລະ ເກີດເຫດລະເບີດຄັ້ງໃຫຍ່ຢູ່ອ້ອມນະຄອນເຮັດໃຫ້ໂຮງໝໍ 6 ແຫ່ງຢູ່ Tripoli ຖືກເປເພ.
ບັນດາການປະທະກັນຢູ່ ລີບີ ເຮັດໃຫ້ຫຼາຍຄົນເສຍຊີວິດ - ảnh 1ນາຍທະຫານຂຶ້ນກັບກະຊວງປ້ອງກັນປະເທດ ລີບີ
(ພາບປະກອບ: AFP/TTXVN)

ຕາມການສະຖິຕິໃນເບື້ອງຕົ້ນ, ຢ່າງໜ້ອຍສຸດມີສາມັນຊົນ 13 ຄົນເສຍຊີວິດ, ເກືອບ 100 ຄົນຖືກບາດເຈັບໃນການປະທະກັນຢູ່ນະຄອນຫຼວງ Tripoli ຂອງ ລີບີ ໃນວັນທີ 26 ແລະ 27 ສິງຫາ. ໃນບັນດາການປະທະກັນລະຫວ່າງຜູ້ສະໜັບສະໜູນ 2 ອຳນາດການປົກຄອງຝ່າຍເປັນປໍລະປັກກັນຂອງ ລີບີ, 2 ຝ່າຍໄດ້ຍິງປືນ ແລະ ເກີດເຫດລະເບີດຄັ້ງໃຫຍ່ຢູ່ອ້ອມນະຄອນດັ່ງກ່າວ, ເຮັດໃຫ້ໂຮງໝໍ 6 ແຫ່ງຢູ່ Tripoli ຖືກເປເພ. ການປະທະກັນດັ່ງກ່າວສ້າງຄວາມວິຕົກກັງວົນເກີດວິກິດການດ້ານການເມືອງໃນປະຈຸບັນ ອາດຈະກາຍເປັນການປະທະກັນຄັ້ງໃໝ່ ດ້ວຍຂອບຂະໜາດໃຫຍ່ຢູ່ປະເທດນີ້. ທ່ານນາຍົກລັດຖະມົນຕີເອກະພາບແຫ່ງຊາດ ລີບີ (GNU) Abdulhamid Dbeibah ແຈ້ງໃຫ້ຊາບວ່າ ການປະທະກັນເກີດຂຶ້ນ ພາຍຫຼັງບັນດາການເຈລະຈາ ເພື່ອແນໃສ່ຫຼີກລ້ຽງການປະທະກັນ ຢູ່ນະຄອນທາງທິດທິດຕາເວັນຕົກ Tripoli ຖືກປະລາໄຊ.

ຕໍ່ໜ້າສະພາບການດັ່ງກ່າວ, ຄະນະຜູ້ແທນໜູນຊ່ວຍຂອງສະຫະປະຊາຊາດ ປະຈຳ ລີບີ ຮຽກຮ້ອງ “ຈົ່ງຢຸດຕິທຸກການກະທຳເປັນປໍລະປັກໂດຍທັນທີ”, ໃນຂະນະນັ້ນ, ສະຖານທູດ ອາເມລິກາ ປະຈຳ ລີບີ ໄດ້ສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ” ກ່ຽວກັບບັນດາເຫດປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ