ບັນດາການເຄື່ອນໄຫວຊົມເຊີຍວັນຊາດຫວຽດນາມ 02 ກັນຍາ ຢູ່ຕ່າງປະເທດ

(VOVWORLD) -ລາຍການສະແດງສິລະປະ “ເດືອນກັນຍາ - ແສງແດດລະດູໃບໃໝ້້້ຫຼົ່ນ” ຖືກດຳເນີນໃນຕອນຄ່່ຳວັນທີ 03 ກັນຍາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ.

ບັນດາການເຄື່ອນໄຫວຊົມເຊີຍວັນຊາດຫວຽດນາມ 02 ກັນຍາ ຢູ່ຕ່າງປະເທດ - ảnh 1(ຜູ້ເຂົ້າຮ່ວມລາຍການສະແດງສິລະປະຂອງຄະນະນັກສິລະປະກອນ

ທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ)

ນີ້ແມ່ນການເຄື່ອນໄຫວແທດຈິງເພືຶ່ອສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2017), ມຸ່ງໄປເຖິງພີທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົນນັກປະພັນດົນຕີຫວຽດນາມ (30 ທັນວາ). ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນັກຮ້ອງ, ນັກປະພັນດົນຕີ ພ້ອມກັບມະຫາຊົນເປັນຈຳນວນຫຼາຍ.

        ຕອນຄ່ຳວັນທີ 03 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນລາຍການສະແດງສິລະປະຂອງຄະນະນັກສິລະປະກອນທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 72 ປີແຫ່ງວັນຊາດຫວຽດນາມ ແລະ ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2017.  ທີ່ລາຍການ, ບັນດານັກສິລະປິນຂອງຄະນະນັກສິລະປະກອນທະຫານເຂດ 7 ກອງທັບປະຊາຊົນຫວຽດນາມ ໄດ້ສະແດງການຟ້ອນລຳທຳເພງກ່ຽວກັບປະເທດຊາດ, ມະມຸດ, ກ່ຽວກັບນ້ຳໃຈສາມັກຄີລະຫວ່າງປະຊາຊົນ, ກອງທັບຂອງ 2 ປະເທດ ໂດຍບັນດານັກປະພັນດົນຕີລາວ ແລະ ຫວຽດນາມ ແຕ່ງເອງ.

ຕອບກັບ

ຂ່າວ/ບົດ​ອື່ນ