ບັນດາການເຄື່ອນໄຫວສະເຫຼີມສະຫຼອງ69ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ


ບັນດາການເຄື່ອນໄຫວສະເຫຼີມສະຫຼອງ69ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈຸງ ລົງ​ຢ້ຽ​ມ​ຢາມ​ຖາມ​ຂ່າວແມ່​ຂອງນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​

(vovworld)-  ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2016), ວັນ​ທີ 23/7, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈຸງ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ລົງ​ຢ້ຽ​ມ​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ຍາດ​ພີ​ນ້ອງນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຊຶ່ງ​ພວມ​ໄດ້​ຮັບ​ການ​ເບິ່ງ​ແຍງ​ລ້ຽງ​ດູ​ຢູ່​ສູນ​ເບິ່ງ​ແຍງ​ລ້ຽງ​ດູ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ເລກ 2 ຮ່າ​ໂນ້ຍ ທີ່​ຕາ​ແສງ​ອານ​ວຽນ ເມືອງ​ອຶງ​ຮ່​ວາ, ຮ່າ​ໂນ້ຍ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ຫງວຽນ​ດຶກ​ຈຸງ ສະ​ແດງ​ຄວາມ​ຫວັງ​ວ່າ ສູນ​ເບິ່ງ​ແຍງ​ລ້ຽງ​ດູ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ເລກ 2 ຮ່າ​ໂນ້ຍ ສືບ​ຕໍ່​ເບິ່ງ​ແຍງ​ສຸ​ຂະ​ພາບ ແລະ ຊີວິດທຸກ​ດ້ານ​ຂອງ ຍາດ​ພີ​ນ້ອງນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເພື່ອ​ໃຫ້​ບັນ​ດາ​ແມ່​ຖື​ວ່ານີ້​ແມ່ນ​ຄອບ​ຄົວ​ທີ 2 ຂອງ​ຕົນ.

     ສ່ວນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/7, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຊາວ​ໜຸ່ມ​ຕະ​ລຸມບອນ 3 ແຍກ​ດົງ​ໂລກ, ອົງ​ການ​ຊາວ​ໜຸ່ມ​ແຂວງ​ຮ່າ​ຕິ້ງ​ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ການ​ໂລກ ຈັດ​ພິ​ທີ​ໃຕ້​​ທຽນ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ​ຍິງ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່3 ແຍກ​ດົງ​ໂລກ.

    ແລະ ກໍ​ໃນ​ຕອນ​ຄ່ຳ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ​ເອ​ເລັກ​ໂຕ​ນິກພັກ​ກອ​ມມູ​ນິດຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖາ​ນີ​ໂທ​ລະ​ພາບ​ຫວຽດ​ນາມ, ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສື່​ສານ VTC ຫວຽດ​ນາມ ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເພື່ອ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ວັນ​ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາ​ຜູ້​ທີ່​ມີ​ຄ​ຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.
ຂ່າວ/ບົດ​ອື່ນ